• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ

ເພື່ອຟື້ນຟູການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຍົກອອກຫຼາຍມາດຕະການໃນນັ້ນ ໄດ້ສົ່ງເສີມໃຫ້ບັນດາທ້ອງຖິ່ນພັດທະນາຜະລິດຕະພັນ, ການທ່ອງທ່ຽວແບບໃໝ່, ມີການຮ່ວມສຳພັນຫຼາຍຮູບແບບ ແລະ ຍົກສູງຄຸນນະພາບ.

ກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2020 ທີ່ມີຫົວຂໍ້ວ່າ “ຮ່ວມສຳພັນ, ມີການກະທຳ ແລະ ພັດທະນາ” (ພາບ: BNEWS/TTXVN)

“ຮ່ວມສຳພັນ, ມີການກະທຳ ແລະ ພັດທະນາ”, ແມ່ນຫົວຂໍ້ຂອງກອງປະຊຸມທົ່ວປະເທດກ່ຽວກັບການທ່ອງທ່ຽວປີ 2020 ເຊິ່ງໄດ້ດຳເນີນໃນວັນທີ 28 ພະຈິກ ຢູ່ນະຄອນ ໂຮ້ຍອານ, ແຂວງ ກ໋ວາງນາມ. ປີ 2020 ຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແຂກທ່ອງທ່ຽວສາກົນທີ່ມາຫວຽດນາມບັນລຸໄດ້ພຽງແຕ່ 3,7 ລ້ານຄົນ, ກໍ່ຜົນສະທ້ອນຮອບດ້ານ, ເລິກເຊິ່ງເຖິງຂະແໜງທ່ອງທ່ຽວ ຮຽກຮ້ອງໃຫ້ທົ່ວຂະແໜງ ຕ້ອງມີມາດຕະການຮັບມືຢ່າງທັນການ, ຕ້ອງສ້າງຈິນຕະນາການຄືນໃໝ່ ກ່ຽວກັບ ວິທີທຳການທ່ອງທ່ຽວໃນສະພາບທີ່ພະຍາດໂຄວິດ - 19 ຍັງຜັນແປຢ່າງສັບສົນ ຢູ່ໃນໂລກ. ທ່ານ ເຈິ່ນຈ້ອງກຽນ, ສະມາຊິກ ໜ່ວຍໃຫ້ຄຳປຶກສາດ້ານເສດຖະກິດ ຂອງນາຍົກລັດຖະມົນຕີຖືວ່າ:

         ເພີ່ມມາດຕະການກະຕຸ້ນການທ່ອງທ່ຽວ ຢູ່ຕະຫຼາດພາຍໃນ, ຮັບປະກັນຄວາມປອດໄພໃຫ້ຊາວຫວຽດນາມ ສັນຈອນໄປມາ, ຫຼຸດຜ່ອນຄ່າໃຊ້ຈ່າຍ ທີ່ບໍ່ຈຳເປັນລົງ ຈົນຮອດໝົດປີ 2021 ເພື່ອກະຕຸ້ນການທ່ອງທ່ຽວແມ່ນສຳຄັນທີ່ສຸດ. ສານທີ່ວ່າ “ຫວຽດນາມປອດໄພ, ໄປທ່ອງທ່ຽວຢູ່ພາຍໃນປະເທດ ແມ່ນຮັກຊາດ”ນັ້ນ ຕ້ອງໄດ້ຮັບການໂຄສະນາຢ່າງຕໍ່ເນື່ອງໃຫ້ປະຊາຊົນພາຍໃນປະເທດ.

        ເພື່ອຟື້ນຟູການທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຍົກອອກຫຼາຍມາດຕະການໃນນັ້ນ ໄດ້ສົ່ງເສີມໃຫ້ບັນດາທ້ອງຖິ່ນພັດທະນາຜະລິດຕະພັນ, ການທ່ອງທ່ຽວແບບໃໝ່, ມີການຮ່ວມສຳພັນຫຼາຍຮູບແບບ ແລະ ຍົກສູງຄຸນນະພາບ, ຜະລິດຕະພັນໃຫ້ເໝາະສົມກັບແຕ່ລະໄລຍະຂອງຕະຫຼາດ, ຍູ້ແຮງການລົງທຶນພາກລັດກ່ຽວກັບການພັດທະນາພື້ນຖານໂຄງລ່າງເຊັ່ນວ່າ: ສະໜາມບິນ, ທ່າກ່ຳປັ່ນທ່ອງທ່ຽວຂະໜາດໃຫຍ່, ລົງທຶນໃສ່ໂຄງການກໍ່ສ້າງດ້ານວັດທະນະທຳ, ສວນສາທາລະນະນິເວດ, ສົ່ງເສີມ ແລະ ໂຄສະນາການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top