• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່​ແມ່​ພີ່​ນ້ອງ​ຊາວ​ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ແບ່ງ​ປັນ​ຄວາມ​ມ່ວນ​ຊື່ນເມື່ອ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ ແລະ ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026, ຕອນຄ່ຳວັນທີ 09 ກຸມພາ, ຢູ່ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2026”, ນີ້ແມ່ນສະຖານທີ່ອັນສະໜິດສະໜົມ, ເປັນແຫ່ງເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຈີນ ເຕົ້າໂຮມກັນ, ແບ່ງປັນຄວາມມ່ວນຊື່ນເມື່ອຕ້ອນຮັບບຸນປີໃໝ່ ແລະ ອວ່າຍໜ້າເມືອຫາປະເທດຊາດ.
 

 

ທ່ານ ເຈິ່ນວັນນຳ, ປະທານສະມາຄົມ ຂະແມ - ຫວຽດນາມ ປະຈຳ ກຳປູເຈຍ (KVA) ສາຂາແຂວງ Preah Sihanouk

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເມຍ 2026, ຕອນຄ່ຳວັນທີ 09 ກຸມພາ, ຢູ່ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2026”, ນີ້ແມ່ນສະຖານທີ່ອັນສະໜິດສະໜົມ, ເປັນແຫ່ງເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສ ຢູ່ ຈີນ ເຕົ້າໂຮມກັນ, ແບ່ງປັນຄວາມມ່ວນຊື່ນເມື່ອຕ້ອນຮັບບຸນປີໃໝ່ ແລະ ອວ່າຍໜ້າເມືອຫາປະເທດຊາດ. ລາຍການປະກອບສ່ວນອະນຸລັກຮັກສາ, ແຜ່ກະຈາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ເພີ່ມທະວີຄວາມຜູກພັນລະຫວ່າງສະຖານທູດກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ຮັດແໜ້ນສາຍສຳພັນລະຫວ່າງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ຈີນ ກັບປະຊາຊົນພາຍໃນປະເທດ.

ຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນທະເລ Preah Sihanouk, ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີ 2026” ດ້ວຍການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງເຊື້ອຊາດ ຫວຽດນາມ ຢູ່ 6 ແຂວງແຄມທະເລທາງທິດຕາເວັນຕົກສ່ຽງໃຕ້ ກຳປູເຈຍ. ເມື່ອກ່າວຄຳເຫັນໃນລາຍການ, ທ່ານ ເຈິ່ນວັນນຳ, ປະທານສະມາຄົມ ຂະແມ - ຫວຽດນາມ ປະຈຳ ກຳປູເຈຍ (KVA) ສາຂາແຂວງ Preah Sihanouk,  ແບ່ງປັນວ່າ:

ພວກຂ້າພະເຈົ້າ, ແມ່ນຊາວ ຫວຽດນາມ ດຳລົງຊີວິດຢູ່ນີ້ທີ່ ໄດ້ຮັບຄວາມເອົາໃຈໃສ່ຈາກສະຖານກົງສູນໃຫຍ່ ແລະ ພັກ, ລັດ ຫວຽດນາມ, ເພື່ອໃຫ້ພວກຂ້າພະເຈົ້າມີເງື່ອນໄຂສູ້ຊົນດີກວ່າເກົ່າ. ພວກຂ້າພະເຈົ້າໄດ້ຕິດຕາມສະພາບການຢູ່ພາຍໃນປະເທດເປັນປະຈຳ, ພ້ອມທັງມີຄວາມປິຕິຊົມຊື່ນທີ່ສຸດ ເມື່ອເຫັນວ່າ ໃນໄລຍະຜ່ານມາ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າອັນໃຫຍ່ຫຼວງຫຼາຍຢ່າງທາງດ້ານເສດຖະກິດ, ການຕ່າງປະເທດ, ສະຖຽນລະພາບໃນສັງຄົມ”.

ກໍໃນວັນດຽວກັນ, ຢູ່ ອົດສະຕາລີ, ໂຮງຮຽນຮັກພາສາ ຫວຽດ ໄດ້ຈັດລາຍການ Gala ຮັກບຸນປີໃໝ່ປະຈຳຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽນ​ພັດ​ທະ​ນາ​ສັງ​ຄົມ​ຍຸດ​ຕິ​ທຳ ແລະ ກວມ​ລວມ​ຢູ່ ສ​ປ​ຊ

ແຕ່ວັນທີ 2-10 ກຸມພາ, ກອງປະຊຸມຄັ້ງທີ 64 ຂອງຄະນະກຳມະການພັດທະນາສັງຄົມ ສປຊ (CSocD) ດ້ວຍຫົວຂໍ້ “ຊຸກຍູ້ການພັດທະນາສັງຄົມ ແລະ ຄວາມຍຸດຕິທຳສັງຄົມ ຜ່ານບັນດານະໂຍບາຍສົມທົບກັນ, ຍຸດຕິທຳ ແລະ ກວມລວມ” ຈັດຂຶ້ນຢູ່ສຳນັກງານ ສປຊ ທີ່ ນິວຢອກ ປະເທດ ອາເມລິກາ.

Top