• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມການພົບປະລະດູບານໃໝ່ປີມະເມຍ 2026

ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຕາງໜ້າໃຫ້ການນຳນະຄອນ ສົ່ງຄຳອວຍພອນປີໃໝ່ອັນດີງາມໄປເຖິງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ)

ຕອນຄ່ຳວັນທີ 06 ກຸມພາ, ຢູ່ສະໂມສອນ ທົງເຍິດ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈິມິນ ໄດ້ຈັດການພົບປະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ 2026. ລາຍການໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ຫຼາຍປະເທດ ແລະ ເຂດແຄ້ວນໃນໂລກ ປະມານ 1.000 ຄົນ.

ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ໄດ້ຕາງໜ້າໃຫ້ການນຳນະຄອນ ສົ່ງຄຳອວຍພອນປີໃໝ່ອັນດີງາມໄປເຖິງປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ; ພ້ອມກັນນັ້ນ ກໍ່ຂອບໃຈຕໍ່ບັນດາການປະກອບສ່ວນຢ່າງແທດຈິງຂອງພໍ່ແມ່ປະຊາຊົນຕໍ່ການພັດທະນາຂອງນະຄອນ ໂຮ່ຈີມິນ ໃນໄລຍະຜ່ານມາ.

“ນະຄອນ ໂຮ່ຈີມິນ ພວມຜັນຂະຫຍາຍແຜນຮ່າງນະໂຍບາຍເສີມຂະຫຍາຍແຫຼ່ງກຳລັງການໂອນເງິນກັບມາປະເທດ ໃນບໍລິເວນນະຄອນ ໂຮ່ຈີມິນ ຮອດປີ 2030 ຢ່າງຂ້ຽວຂາດ. ພ້ອມກັນນັ້ນ, ກໍ່ສືບຕໍ່ຫັນເປັນລະອຽດ ແລະ ປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ມີປະສິດທິຜົນ ແລະ ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນຢ່າງຄົບຖ້ວນ. ທາງນະຄອນກຳນົດຢ່າງສະເໝີຕົ້ນສະເໝີປາຍທີ່ວ່າ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນແຫຼ່ງກຳລັງເທົ່ານັ້ນ ຫາກຍັງແມ່ນເຈົ້າກຳຮ່ວມເດີນທາງພັດທະນາ, ແມ່ນຄູ່ຮ່ວມມືຍຸດທະສາດອັນຍາວນານ ແລະ ແມ່ນບັນດາຜູ້ຮ່ວມສ້າງອະນາຄົດໃຫ້ແກ່ນະຄອນອີກດ້ວຍ”.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top