• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພ້ອມກັນກວດຄືນເອກະສານສຳເນົາຮັບໃຊ້ວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ທາງກົມຈະຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີ, ປັນຍາປະດິດ ແລະ ບັນດາເຄື່ອງມືໜູນຊ່ວຍການຂຸດຄົ້ນ, ປະກອບສ່ວນຍູ້ແຮງວິວັດການຊອກຫາ, ທ້ອນໂຮມ
ຊອກຫາ, ທ້ອນໂຮມ (ພາບ: VNA)

ກົມ​ສຳ​ເນົາເອ​ກະ​ສານ​ແຫ່ງ​ລັດ (ກະ​ຊວງ​ພາຍ​ໃນ ຫວຽດ​ນາມ) ໃຫ້​ຮ​ູ້​ວ່າ ເພື່ອ​ປະ​ຕິ​ບັດ​ຕາມຄວາມ​ຮ​ຽກ​ຮ້ອງ​ຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບວຽກ​ງານ​ຊອ​ກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ ປີ 2026 ແລະ ໄລ​ຍະ 2026 – 2030, ທາງ​ກົມ​ໄດ້​ລະດົມ​ບັນ​ດາ​ລະ​ບົບບັນດາສູນສຳເນົາເອກະສານ​ແຫ່ງ​ຊາດ​ພ້ອມ​ກັນ​ກວດ​ກາ​ຄືນ, ສະ​ຖິ​ຕິ ແລະ ຂຸ​ດ​ຄົ້ນ​ບັນ​ດາ​ແຫຼ່ງ​ສຳເນົາເອ​ກະ​ສານ​ກ່ຽວ​ຂ້ອງ​ເຖິງ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ບັ້ນ​ຮົບ ແລະ ບັນ​ດາ​ບໍ​ລິ​ເວນ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຈຸ​ດ​ສຸມ.

ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄົ້ນ​ຫາ, ຮັບຮູ້, ກວດ​ພົບ ແລະ ສັງລວມ​ຂໍ້​ມູນ​ຈາກ​ເອ​ກະ​ສານ​ເກັບ​ຮັກ​ສາ​ຮັບ​ໃຊ້​ບັ້​ນ 500 ວັນ ແລະ ຄືນ, ທາງ​ກົມ​ຈະ​ຄົ້ນ​ຄວ້າ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ, ປັນ​ຍາ​ປະ​ດິດ ແລະ ບັນ​ດາ​ເຄື່ອ​ງ​ມື​ໜ​ູນ​ຊ່ວຍ​ການ​ຂຸດ​ຄົ້ນ, ປະ​ກອບ​ສ່ວນ​ຍູ້​ແຮງວິ​ວັດ​ການ​ຊອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2026 ໄດ້ 9 ຕື້ USD

ຫວຽດນາມ ມີລາຍຮັບຈາກແຂກທ່ອງທ່ຽວໃນ 6 ເດືອນຕົ້ນປີ 2026 ໄດ້ 9 ຕື້ USD

ດ້ວຍໝາກຜົນດັ່ງກ່າວ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ປະຕິບັດສຳເລັດເກືອບ 50% ເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 25 ລ້ານເທື່ອຄົນໃນປີນີ້.

Top