• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວ

      ຕອນຄ່ຳວັນທີ 8 ທັນວາ, ທີ່ ນະຄອນຫຼວງວຽງຈັນ, ສປປ.ລາວ, ໄດ້ດຳເນີນການພົບປະນັກຮົບເກົ່າກວ່າ 500 ຄົນທີ່ເຄີຍເປັນທະຫານອາສາສະໝັກແລະຊ່ຽວຊານຫວຽດນາມຢູ່ ລາວ. 

ການພົບປະບັນດາອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ ລາວ 
      ບັນດານັກຮົບເກົ່າກວ່າ 500 ຄົນທີ່ພົບປະກັນໃນມື້ນີ້, ແມ່ນຜູ້ທີ່ດີເດັ່ນເຊິ່ງເປັນຕົວແທນໃຫ້ແກ່ທະຫານອາສາສະໝັກແລະຊ່ຽວຊານຫວຽດນາມໃນຈຳນວນນັບໝື່ນໆຄົນທີ່ເຄີຍປະຕິບັດງານແລະເສຍສະຫຼະຊີວິດໃນທຸກໆສະໜາມຮົບຂອງລາວ. ໂດຍໄດ້ກັບຄືນໄປຢ້ຽມຢາມສະໜາມຮົບໃນເມື່ອກ່ອນ, ໄດ້ພົບປະກັບບັນດາເພື່ອນຮ່ວມສູ້ຮົບເກົ່າ, ໄດ້ຖະຫວາຍດອກໄມ້, ໄຕ້ທູບທຽນທີ່ສຸສານ ເພື່ອອາໄລຫາເຖິງເພື່ອນຮ່ວມກົມກອງທີ່ໄດ້ເສຍສະຫຼະຊີວິດຢູ່ສະໜາມຮົບ, ສຳລັບບັນດາອະດີດທະຫານອາສາສະໝັກແລ້ວນີ້ແມ່ນຄວາມຊົງຈຳຍາກທີ່ລືມໄດ້. ໃນຊຸມວັນທີ່ຢູ່ປະເທດເພື່ອນລາວ, ບັນດາອະດີດນັກຮົບອາສາສະໝັກແລະຊ່ຽວຊານຫວຽດນາມໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື:ຖະຫວາຍທູບທຽນເພື່ອໄວ້ອາໄລຢູ່ສຸສານນັກຮົບແຫ່ງຊາດລາວ, ເຂດປູສະນີຍະສະຖານແຫ່ງໄຊຊະນະບ້ານເກິນ, ແຂວງວຽງຈັນ, ມອບຂອງທີ່ລະນຶກໃຫ້ແກ່ບັນດາຕົວແທນອະດີດທະຫານອາສາສະໝັກ, ສົມທົບກັບຄະນະປະສານງານພຸດທະສາສະໜາຫວຽດນາມປະຈຳລາວຈັດພິທີສູດມົນພາວະນາ, ເພື່ອອາໄລຫາເຖິງດວງວິນຍານບັນດານັກຮົບວິລະຊົນອາສາສະໝັກແລະ ຊ່ຽວຊານຫວຽດນາມໄດ້ເສຍສະຫຼະຊີວິດຢູ່ລາວ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top