• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນ​ລະ​ເມືອງ ອາ​ເມ​ລິ​ກາ ຢູ່​ຕ່າງ​ປະ​ເທດ ໄດ້​ຮັບການ​ແຈ້ງ​ເຕືອນ ​ຕ້ອງ​ເພີ່ມ​ທະ​ວີ​​ຄວາມ ​ລະ​ວັງ​ຕົວ

ວັນທີ 19 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງເຕືອນພົນລະເມືອງ ອາເມລິກາຢູ່ ຕ່າງປະເທດ ເພີ່ມທະວີສະຕິລະວັງຕົວ ໃນສະພາບການທີ່ຄວາມເຄັ່ງຕຶງຢູ່ຫຼາຍບ່ອນໃນໂລກພວມເພີ່ມຂຶ້ນຢ່າງແຮງ.
ສຳນັກງານກະຊວງການຕ່າງປະເທດ (ພາບ: Getty)

ໃນການແຈ້ງເຕືອນ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ຄວາມເຄັງຕຶ່ງພວມເພີ່ມຂຶ້ນຢູ່ຫຼາຍບ່ອນໃນໂລກ ດ້ວຍຄວາມສ່ຽງເກີດການບຸກໂຈມຕີການກໍ່ການຮ້າຍ, ການແຫ່ຂະບວນປະທ້ວງ ຫຼື ບັນດາການກະທຳໃຊ້ຄວາມຮຸນແຮງຕ້ານຄືນພົນລະເມືອງ ແລະ ຜົນປະໂຫຍດຂອງອາເມລິກາ. ການແຈ້ງເຕືອນ ໄດ້ປະກາດໃຊ້ໃນສະພາບການບັນດາການແຫ່ຂະບວນປະທ້ວງພວມດຳເນີນຢູ່ເຂດ ຕາເວັນອອກກາງ ເພື່ອແນໃສ່ຄັດຄ້ານການປະທະກັນລະຫວ່າງ ອິດສະລາແອັນ ແລະ Hamas ແລະ ມີຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ເລັ່ງໃສ່ບັນດາສະຖານທີ່ການທູດຂອງ ອາເມລິກາ.

ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດອາເມລິກາ ໄດ້ຍົກລະດັບການແຈ້ງເຕືອນໃນການ ໄປມາ ລີບັງ ແລະ ອິດສະລາແອັນ ຂຶ້ນລະດັບສູງສຸດ ພ້ອມທັງອະນຸຍາດໃຫ້ບັນດາພະນັກງານລັດຖະບານ ທີ່ບໍ່ຈຳເປັນ ພ້ອມກັບຄອບຄົວ ໄດ້ເດີນທາງອອກຈາກສອງປະເທດນີ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top