ຂ່າວສານ
ພິທີໄວ້ອາໄລ, ປົງອັດຖິນັກຮົບເສຍສະຫຼະຊີວິດທີ່ໄດ້ທ້ອນໂຮມຈາກສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ ຈະຈັດຂຶ້ນໃນເດືອນ ສິງຫາ
ຄະນະຊີ້ນຳກ່ຽວກັບວຽກງານຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່, ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ (ເອີ້ນຫຍໍ້ວ່າ ຄະນະຊີ້ນຳ 515) ນະຄອນ ໂຮ່ຈີມິນ ພວມ ສະເໜີຈັດພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ທ້ອນໂຮມຈາກສວນສາທາລະນະ ເລທິຣຽງ ພາຍຫຼັງສຳເລັດວຽກງານຊອກຫາ, ທ້ອນໂຮມອັດຖິ ໃນເດືອນສິງຫາ 2026.
ໃນກອງປະຊຸມສະຫຼຸບເບື້ອງຕົ້ນກ່ຽວກັບໜ້າທີ່ຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່, ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ດຳເນີນໃນວັນທີ 30 ກໍລະກົດ, ຄະນະຊີ້ນຳ 515 ນະຄອນ ໂຮ່ຈີມິນ ໄດ້ເຜີຍໃຫ້ຮູ້ກ່ຽວກັບໝາກຜົນວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດໃນບໍລິເວນນະຄອນ ໂຮ່ຈີມິນ, ນັບແຕ່ວັນທີ 23 ມິຖຸນາ ຫາວັນທີ 30 ກໍລະກົດວ່າ, ກຳລັງປະຕິບັດໜ້າທີ່ດັ່ງກ່າວຢູ່ສວນສາທາລະນະ ເລທິຣຽງ ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບ 154 ອັດຖິ ແລະ ວັດຖຸພັນຈຳນວນໜຶ່ງ. ໄລ່ຮອດວັນທີ 29 ກໍລະກົດ, ໄດ້ປະຕິບັດສຳເລັດວຽກງານເກັບຕົວຢ່າງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ສຳລັບຂຸມຝັງສົບທີ່ຍັງບໍ່ທັນຢັ້ງຢືນຊື່ ຢູ່ 10 ສຸສານໃນຈຳນວນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ແຫ່ງໃນບໍລິເວນ, ດ້ວຍຈຳນວນຕົວຢ່າງທັງໝົດແມ່ນ 7.640 ໃນຈຳນວນຂຸມຝັງສົບ 9.885 ຂຸມ.






