• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີໄຂຊຸດເຝິກອົບຮົມວິຊາຊີບການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໃຫ້ຄູອາຫານ,ພະນັກງານລາວ

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ຮ່າໂນ້ຍໄດ້ໄຂຊຸດກໍ່ສ້າງວິຊາຊີບປະຕິບັດຄຳຕັດສິນຂອງສານທາງແພ່ງໃຫ້ຄູ່ອາຫານ, ພະນັກງານລາວ ພວມປະຕິບັດງານໃນຂົງເຂດປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງໂດຍສະຖານບັນຍຸດຕິທຳຫວຽດນາມ ຈັດຕັ້ງ.

(ທ່ານຫົວໜ້າສະຖານບັນຍຸດຕິທຳ ດ່ວານຈຸງກຽນ)

ຊຸດຮຽນລວມມີນັກຮຽນດີເດັ່ນ 30 ຄົນ. ເຂົ້າຮ່ວມພິທີໄຂຍັງມີການນຳກະຊວງຍຸຕິທຳ, ຜູ້ຕາງໜ້າສະຖານທູດລາວປະຈຳຫວຽດນາມ, ພ້ອມກັບບັນດາຄູອາຈານຂອງສະຖາບັນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຫົວໜ້າສະຖານບັນຍຸດຕິທຳ ດ່ວານຈຸງກຽນ, ໃຫ້ຮູ້ວ່າ.

        “ສະຖານບັນຍຸດຕິທຳຫວຽດນາມ ມີຄວາມເປັນກຽດ ແລະ ມີຄວາມເອກອ້າງທະນົງໃຈເມື່ອໄດ້ຮັບມອບສິດຈາກກະຊວງຍຸຕິທຳຫວຽດນາມ ເປັນຫົວໜ່ວຍປະຕິບັດໂຄງການໜູນຊ່ວຍສະຖາບັນຍຸຕິທຳລາວ. ບົນພື້ນຖານບັນດາບົດຮຽນທີ່ສະສົມໄວ້ໄດ້ໃນປະຫວັດສາດ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. ສະຖາບັນຍຸຕິທຳຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການເປີດບັນດາຊຸດເຝິກອົບຮົມໃຫ້ແກ່ຄູອາຈານ, ພະນັກງານຍຸຕິທຳລາວ. ພິທີໄຂຊຸດເຝິກອົບຮົມວິຊາຊີບມື້ນີ້ແມ່ນໜຶ່ງໃນບັນດາໝາກຜົນເບື້ອງຕົ້ນໃຫ້ແກ່ຄວາມມານະພະຍາຍາມຜັນຂະຫຍາຍປະສິດທິຜົນບັນດາການເຄື່ອນໄຫວຂອງໂຄງການ”.


(ທ່ານ ຄຳໂກ ຈັນທະວົງ, ຮອງຫົວໜ້າສະຖາບັນຍຸຕິທຳພາກກາງຂອງລາວ)

ໃນການຮຽນເປັນເວລາເກືອບ 3 ເດືອນ, ບັນດາສຳມະນາກອນຈະໄດ້ຮຽນຮູ້ ແລະ ຄົ້ນຄວ້າ ແລະ ປະຕິບັດທັກສະ ການປະຕິບັດຄຳຕັດສິນຂອງສານສຳລັບຄະດີແພ່ງ. ນອກຈາກທີ່ຮຽນຢູ່ຫ້ອງຮຽນແລ້ວ, ບັນດາສຳມະນາກອນຈະລົງຕົວຈິງຢູ່ບາງແຂວງ, ນະຄອນຂອງຫວຽດນາມ.

(ແຫຼ່ງຄັດຈາກ VOV)

 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top