ຕອນເຊົ້າວັນທີ 21 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີເລີ່ມເຄື່ອນໄຫວຂອງສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ - ສ.ເກົາຫຼີ (V-KIST).

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: TTXVN)
ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ - ສ.ເກົາຫຼີ ແມ່ນໂຄງການຊ່ວຍເຫຼືອລ້າໃຫຍ່ກວ່າໝູ່ຂອງສ.ເກົາຫຼີ ທີ່ສະຫງວນໃຫ້ແກ່ຫວຽດນາມ, ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີລະຫວ່າງ 2 ປະເທດ, ຕອບສະໜອງຄວາມຕ້ອງການພັດທະນາຂອງຫວຽດນາມ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ.
“ລັດຖະບານ, ນາຍົກລັດຖະມົນຕີ ເຫັນວ່າ ພວກເຮົາຕ້ອງປ່ຽນໃໝ່ຢ່າງແຮງກ່ຽວກັບການຄຸ້ມຄອງ ແລະ ວີທີການເຮັດວຽກໃນການຄົ້ນຄວ້າ ເພື່ອເຮັດແນວໃດ ນຳບັນດາຜົນງານດ້ານວິທະຍາສາດ, ເຕັກໂນໂລຊີເຂົ້າສູ່ຊີວິດຢ່າງວ່ອງໄວ້, ຕອບສະໜອງຄວາມຮຽກຮ້ອງການປ່ຽນແປງໃໝ່. ສະນັ້ນ, ພວກເຮົາຕ້ອງມີຮູບແບບຈັດຕັ້ງການຄົ້ນຄວ້າວິທະຍາສາດໃໝ່, ບໍ່ພຽງແຕ່ແກ້ໄຂບາງບັນຫາສຳຄັນໃນຕໍ່ໜ້າເທົ່ານັ້ນ, ຫາກສິ່ງສຳຄັນກວ່າແມ່ນສ້າງຄວາມຊີນເຄີຍໃນການຄົ້ນຄວ້າ ແລະ ສ້າງຕັ້ງເຄືອຂ່າຍຄົ້ນຄວ້າ, ເຄື່ອນໄຫວຕາມແບບໃໝ່”.

(ແຫຼ່ງຄັດຈາກ VOV)