ທ່ານພົນໂທ ຫງວຽນວັນເກົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານນາງ Men Sam An, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ເປັນປະທານຮ່ວມພິທີເປີດ. ເຂົ້າຮ່ວມພິທີຍັງມີບັນດານາຍພົນກອງທັບປະຊາຊົນ ຫວຽດນາມ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ, ພ້ອມກັບບັນດາຜູ້ແທນແມ່ນພະນັກງານ, ກຳລັງປະກອບອາວຸດ, ນັກຮຽນ, ນັກສຶກສາ, ຊາວທ້ອງຖິ່ນ.
ກ່າວຄຳເຫັນທີ່ພິທີເປີດ, ທ່ານພົນໂທ ຫງວຽນວັນເກົ໊າ ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແຫ່ງນີ້ຈະສືບຕໍ່ແມ່ນສະຖານທີ່ແດງເພື່ອສຶກສາມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີສາກົນ ແລະ ນ້ຳໃຈມິດຕະພາບພິເສດລະຫວ່າງ 2 ຊາດ; ແມ່ນແຫ່ງເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ - ກຳປູເຈຍ ເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດອັນສະຫງ່າອົງອາດ, ຄຸນຄ່າຂອງສັນຕິພາບ, ເອກະລາດ, ເສລີພາບ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງ 2 ຊາດ ຫວຽດນາມ - ກຳປູເຈຍ”.
ສ່ວນທ່ານນາງ Men Sam An, ຢືນຢັນວ່າ ອະນຸສາວະລີ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Pursat ແມ່ນສິ່ງພິສູດໃຫ້ເຫັນຄວາມຮູ້ບຸນຄຸນ ແລະ ອາໄລຫາຕໍ່ບັນດາການເສຍສະຫຼະຊີວິດຂອງຫຼາຍລຸ້ນຄົນເພື່ອປົດປ່ອຍຊາດຂອງທັງ 2 ປະເທດ.






