ວັນທີ 10 ມິຖຸນາ, ຢູ່ແຂວງ Pursat, ກຳປູເຈຍ ໄດ້ຈັດພິທີເປີດອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ. ນີ້ແມ່ນອະນຸສາວະລີແຫ່ງທີ 19 ທີ່ໄດ້ເປີດສະຫຼອງຢູ່ປະເທດ ກຳປູເຈຍ.
(ທ່ານພົນໂທ ຫງວຽນວັນເກົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)
ທ່ານພົນໂທ ຫງວຽນວັນເກົ໊າ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານນາງ Men Sam An, ຮອງປະທານພັກປະຊາຊົນ ກຳປູເຈຍ, ປະທານສະພາແຫ່ງຊາດແນວໂຮມສາມັກຄີພັດທະນາປະເທດຊາດ ກຳປູເຈຍ ເປັນປະທານຮ່ວມພິທີເປີດ. ເຂົ້າຮ່ວມພິທີຍັງມີບັນດານາຍພົນກອງທັບປະຊາຊົນ ຫວຽດນາມ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ, ພ້ອມກັບບັນດາຜູ້ແທນແມ່ນພະນັກງານ, ກຳລັງປະກອບອາວຸດ, ນັກຮຽນ, ນັກສຶກສາ, ຊາວທ້ອງຖິ່ນ.
ກ່າວຄຳເຫັນທີ່ພິທີເປີດ, ທ່ານພົນໂທ ຫງວຽນວັນເກົ໊າ ເນັ້ນໜັກວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ ອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ແຫ່ງນີ້ຈະສືບຕໍ່ແມ່ນສະຖານທີ່ແດງເພື່ອສຶກສາມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີສາກົນ ແລະ ນ້ຳໃຈມິດຕະພາບພິເສດລະຫວ່າງ 2 ຊາດ; ແມ່ນແຫ່ງເພື່ອໃຫ້ລຸ້ນໜຸ່ມ ຫວຽດນາມ - ກຳປູເຈຍ ເຂົ້າໃຈແຈ້ງກວ່າກ່ຽວກັບປະຫວັດສາດອັນສະຫງ່າອົງອາດ, ຄຸນຄ່າຂອງສັນຕິພາບ, ເອກະລາດ, ເສລີພາບ ແລະ ການຮ່ວມມືຢ່າງຈິງໃຈລະຫວ່າງ 2 ຊາດ ຫວຽດນາມ - ກຳປູເຈຍ”.
ສ່ວນທ່ານນາງ Men Sam An, ຢືນຢັນວ່າ ອະນຸສາວະລີ ຫວຽດນາມ - ກຳປູເຈຍ ຢູ່ແຂວງ Pursat ແມ່ນສິ່ງພິສູດໃຫ້ເຫັນຄວາມຮູ້ບຸນຄຸນ ແລະ ອາໄລຫາຕໍ່ບັນດາການເສຍສະຫຼະຊີວິດຂອງຫຼາຍລຸ້ນຄົນເພື່ອປົດປ່ອຍຊາດຂອງທັງ 2 ປະເທດ.