• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ

ຕອນບ່າຍວັນທີ 10 ຕຸລາ,ຢູ່ສໍານັກງານ ກະຊວງຕໍາຫຼວດຫວຽດນາມ, ທີ່ຮ່າໂນ້ຍ ໄດ້ຈັດພິທີເປີດຕົວ ສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ. 
 
ທ່ານປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເຈິ່ນວັນຕຸ໊ຍ ມອບເງິນ ຈໍານວນ 400 ລ້ານດົ່ງ ໃຫ້ສະຖານທູດລາວ ປະຈໍາ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບເຄາະຮ້າຍ ຈາກເຫດ ເຂື່ອນໄຟຟ້າແຕກ ຢູ່ ອັດຕະປື (ພາບ:Dieu Hong/VOV5)

ເຂົ້າຮ່ວມພິທີ ມີ ຜູ້ຕາງໜ້າສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ທ່ານເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ຫວຽດນາມ ທອງສະຫວັນ ພົມວິຫານ ພ້ອມດ້ວຍບັນດານາຍ ແລະ ພົນຕໍາຫຼວດ, ພະນັກງານ, ພາລະກອນຂອງກະຊວງຕໍາຫຼວດຫວຽດນາມ. ກ່າວຄໍາເຫັນທີ່ພິທີ, ທ່ານພົນໂທ ບຸ່ຍວັນນາມ, ກໍາມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງຕໍາຫຼວດຫວຽດ ນາມ, ປະທານຊົ່ວຄາວ ສະມາຄົມມິດຕະພາບ ຫວຽດນາມ-ລາວ ຂອງກະຊວງຕໍາຫຼວດຫວຽດນາມ ໃຫ້ຮູ້ວ່າ:

        “ກະຊວງຕໍາຫຼວດຫວຽດນາມ ມີສາຍພົວພັນອັນດີງາມກັບກະຊວງປ້ອງກັນຄວາມສະຫງົບລາວ ໃນທຸກວຽກງານການເຄື່ອນໄຫວຂອງຕໍາຫຼວດ, ໂດຍເລີ່ມມາຈາກນໍ້າໃຈອັນ    ດີງາມທີ່ເປັນມູນເຊື້ອ, ຄວາມສັດຊື່ບໍລິສຸດຂອງປະຊາຊົນສອງປະເທດເວົ້າລວມ, ພະນັກງານນັກຮົບກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບເວົ້າສະເພາະ. ບົນພື້ນຖານທີ່ເປັນມູນເຊື້ອ, ຄວາມຕ້ອງການຮ່ວມມືໃນສະພາບການໃໝ່, ການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ລາວ ຂອງກະຊວງຕໍາຫຼວດຫວຽດນາມ ແມ່ນການເຄື່ອນໄຫວທີ່ຈໍາເປັນ, ແມ່ນເວທີປາໄສທີ່ສໍາຄັນຂອງພະນັກງານນັກຮົບທີ່ພວມປະຕິບັດໜ້າທີ່, ຜູ້ພັກບໍານານ ມີເງື່ອນໄຂສືບຕໍ່ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາສາຍພົວພັນສາມັກຄີ ຫວຽດນາມ - ລາວ ເຊິ່ງລຸ້ນຄົນກ່ອນໆ ໄດ້ເພີ່ມພູນຄູນສ້າງຂຶ້ນ”.

        ກໍໃນພິທີດັ່ງກ່າວ, ທ່ານປະທານສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ເຈິ່ນວັນຕຸ໊ຍ ໄດ້ມອບເງິນ ຈໍານວນ 400 ລ້ານດົ່ງ ໃຫ້ສະຖານທູດລາວ ປະຈໍາ ຫວຽດນາມ ເພື່ອແນໃສ່ໜູນຊ່ວຍປະຊາຊົນ ຜູ້ທີ່ປະສົບເຄາະຮ້າຍ ຈາກເຫດ ເຂື່ອນໄຟຟ້າແຕກ ຢູ່ ອັດຕະປື.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top