• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເຄື່ອນທັບຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31 ມີສະມາຊິກວ່າ 1.300 ຄົນ, ໃນນັ້ນມີນັກກິລາ 951 ຄົນ, ແຂ່ງຂັນ 508 ໃນຈຳນວນ 526 ລາຍການຂອງ 40 ປະເພດແຂ່ງຂັນກິລາ ແລະ ຕັ້ງເປົ້າໝາຍສູ້ຊົນຍາດເອົາຫຼຽນຄຳໃຫ້ໄດ້ 140 ຫຼຽນຂຶ້ນໄປ.
  (ພິທີເຄື່ອນທັບຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31)  

 ພິທີເຄື່ອນທັບຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31 ເຊິ່ງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນຢ່າງສົມກຽດໃນຕອນຄ່ຳວັນທີ 28 ເມສາ ຢູ່ສູນຝຶກແອບກິລາແຫ່ງຊາດ ຮ່າໂນ້ຍ.

ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 31 ມີສະມາຊິກວ່າ 1.300 ຄົນ, ໃນນັ້ນມີນັກກິລາ 951 ຄົນ, ແຂ່ງຂັນ 508 ໃນຈຳນວນ 526 ລາຍການຂອງ 40 ປະເພດແຂ່ງຂັນກິລາ ແລະ ຕັ້ງເປົ້າໝາຍສູ້ຊົນຍາດເອົາຫຼຽນຄຳໃຫ້ໄດ້ 140 ຫຼຽນຂຶ້ນໄປ. ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນເນັ້ນໜັກວ່າ:

ດ້ວຍຖານະແມ່ນປະເທດເຈົ້າພາບ, ຕ້ອງສະແດງໃຫ້ເຫັນມູນເຊື້ອວັດທະນະທຳ ແລະ ແຜ່ຂະຫຍາຍຄຸນຄ່າອັນດີງາມຂອງ ຫວຽດນາມ ເຖິງເພື່ອນມິດສາກົນໃຫ້ເປັນຢ່າງດີ; ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ພົວພັນແລກປ່ຽນ ຮ່ຳຮຽນເອົາບົດຮຽນກັບຄະນະນັກກິລາອື່ນ. ແຂ່ງຂັນດ້ວຍຈິດໃຈກິລາປະດິດຄິດສ້າງ, ສັດຊື່ ເພື່ອບັນລຸໄດ້ຜົນງານສູງທີ່ງານມະຫາກຳກິລາ, ປະກອບສ່ວນຍົກສູງທີ່ຕັ້ງຂອງກິລາ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະ ຢືນຢັນໄດ້ມູນເຊື້ອວັດທະນະທຳທີ່ມີມາແຕ່ດົນນານຂອງ ຫວຽດນາມ. ເຄົາລົບກົດການແຂ່ງຂັນ, ເຄົາລົບມູນເຊື້ອວັດທະນະທຳຂອງບັນດາປະເທດເຂົ້າຮ່ວມ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top