• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີອັດກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 10

ບັນດາຝ່າຍທີ່ຂັດແຍ່ງກັນ ຄວນພິຈາລະນາຄືນຄໍາຮຽກກຳມະສິດຂອງຕົນ, ລົບລ້າງບັນດາຄໍາຮຽກກຳມະສິດທີ່ເກີນຂອບເຂດ, ບໍ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ບັນດານັກຮຽນຮູ້ປຶກສາຫາລືທີ່ກອງປະຊຸມສຳມະນາ 
ວັນທີ 9 ພະຈິກ, ທີ່ນະຄອນດ່າໜັງຂອງຫວຽດນາມ, ກອງປະຊຸມສໍາມະນາສາກົນຄັ້ງທີ 10 ກ່ຽວກັບທະເລຕາເວັນອອກ ພາຍໃຕ້ຫົວຂໍ້ວ່າ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ແລະ ສະມາຄົມທະນາຍຄວາມຫວຽດນາມ ຈັດຕັ້ງ ໄດ້ສິ້ນສຸດລົງ. ພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ,  ດ້ວຍ 36 ບົດປະກອບຄຳເຫັນນຳມາສະເໜີ ພ້ອມກັບ ການປຶຶກສາຫາລື, ແລກປ່ຽນຢ່າງຟົດຟື້ນກວ່າ 200 ຂໍ້ຄຳເຫັນ. ນັກຮຽນຮູ້ຫຼາຍຄົນຖືວ່າ ເລື່ອງບັນດາປະເທດເພີ່ມທະວີການສ້າງກໍາລັງ ແລະ ຫັນເຄື່ອນໄຫວຢູ່ທະເລຕາເວັນອອກເປັນການທະຫານ ແມ່ນຄວາມສ່ຽງຂາດສະຖຽນລະພາບຫຼາຍທີ່ສຸດໃນປັດຈຸບັນ. ເມື່ອປຶກສາຫາລືກ່ຽວກັບມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກໃນໄລຍະຈະມາເຖິງ, ນັກຮຽນຮູ້ຫຼາຍຄົນຖືວ່າ,ບັນດາຝ່າຍທີ່ຂັດແຍ່ງກັນ ຄວນພິຈາລະນາຄືນຄໍາຮຽກກຳມະສິດຂອງຕົນ, ລົບລ້າງບັນດາຄໍາຮຽກກຳມະສິດທີ່ເກີນຂອບເຂດ, ບໍ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ຈາກນັ້ນ, ຮັດແຄບການຂັດແຍ້ງກັນ, ກ້າວໄປເຖິງການແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີເທື່ອລະກ້າວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top