• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເໜີຕົວກອງຕຳຫຼວດມ້າ

      ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເໜີຕົວກອງຕຳຫຼວດມ້າ ກອງບັນຊາການຕຳຫຼວດເຄື່ອນທີ່ໄວ ເຊິ່ງໄດ້ລາຍງານກ່ຽວກັບໝາກຜົນຂອງການຝຶກແອບຕໍ່ໜ້າບັນດາສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມຊຸດທີ 14. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີ
      ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື່ອໝັ້ນວ່າ, ກອງຕຳຫຼວດມ້າຈະຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນ, ພັດທະນາເທື່ອລະກ້າວ, ປະຕິບັດໜ້າທີ່ທາງການເມືອງໃຫ້ເປັນຢ່າງດີ, ກຽມພ້ອມສູ້ຮົບປົກປັກຮັກສາປະເທດຊາດ, ປ້ອງກັນການດຳລົງຊີວິດທີ່ສະຫງົບສຸກໃຫ້ແກ່ປະຊາຊົນ. ທ່ານນາງກ່າວວ່າ:
        ກອງຕຳຫຼວດມ້າຕ້ອງປະຕິບັດວຽກງານຝຶກຊ້ອມ, ສາມັກຄີ, ກໍ່ສ້າງກອງກຳລັງໃຫ້ມີລະບຽບວິໄນ, ມີລະດັບວິຊາສະເພາະ, ນຳໃຊ້ມ້າທີ່ມີກຳລັງຕໍ່ສູ້ຢ່າງສູງຢູ່ບໍ່ວ່າບໍລິເວນໃດໆໃຫ້ເປັນຢ່າງດີ; ສົມທົບກັບບັນດາກຳລັງອື່ນໆ ເພື່ອປະຕິບັດໜ້າທີ່ວຽການໃຫ້ບັນລຸປະສິດທິຜົນ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງຕຳຫຼວດມ້າເປັນກອງກຳລັຫຼວງ, ທັນສະໄໝໃນສະພາບການໃໝ່”.
        ກຳລັງຕຳຫຼວດມ້າມີໜ້າທີ່ລາດຕະເວນ, ກວດກາ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມ້າງທຳລາຍທຸກກຸ່ມອາດຊະຍາກອນຢູ່ເຂດຫ່າງໄກສອກຫຼີກ, ເຂດລົດໂອໂຕ, ລົດໂມໂຕ ບໍ່ສາມາແລ່ນເຂົ້າໄປໄດ້.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top