• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະເຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເສດຖະກິດ

ໃນສະພາບວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນພວມພັດທະນາຢ່າງວ່ອງໄວ, ອາດຊະຍາກຳເສດຖະກິດນັບມື້ນັບແນບນຽນນັ້ນ
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)  

ກຳ​ລັງ​ຕຳ​ຫຼວດ​ເສດ​ຖະ​ກິດ​ຕ້ອງ​ສົມ​ເປັນ “ດາບ​ແຫຼມ​ຄົມ” ໃນ​ການ​ຕໍ່​ສູ້, ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ທີ່​ພິ​ທີ​ສ​ະ​ເຫຼີມ​ສະ​ເຫຼອງ 70 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ຕຳ​ຫຼວດ​ເສດ​ຖະ​ກິດ (10 ສິງ​ຫາ 1956 – 10 ສິງ​ຫາ 2026) ແລະ ຕ້ອ​ນ​ຮັບ​ຫຼຽນ​ໄຊ ໂຮ່​ຈີ​ມິນ, ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 08 ສິງ​ຫາ, ຢູ່ ຮ່າ​ໂນ້ຍ. ທີ່​ພິ​ທີ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ແລະ ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ສົ່ງ​ກະເຊົ້າດອກ​ໄມ້​ມາ​ອວຍ​ພອນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ, ຖື​ວ່າ ໃນ​ສະ​ພາບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ດີ​ຈີ​ຕອນ​ພວມ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ອາດ​ຊະ​ຍາ​ກຳ​ເສດ​ຖະ​ກິດ​ນັບ​ມື້​ນັບແນບ​ນຽນນັ້ນ, ທ່ານ​ສະ​ເໜີ​ໃຫ້​ກຳ​ລັງ​ຕຳ​ຫຼວດ​ເສດ​ຖະ​ກິດ​ຕ້ອງ​ນຳ​ໜ້າ​ໃນ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ເປັນ​ເຈົ້າ​ສັງ​ເກດ​ຄວາມ​ສ່ຽງ​ໃໝ່​ສຳ​ລັບ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​ດ້ານ​ຂໍ້​ມູນ, ຄວາມ​ໝັ້ນ​ຄົງ​ໃນ​ລະ​ບົບ​ສະ​ໜອງ... ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີນ, ເຊື່ອໝັ້ນ​ວ່າ:

“ດ້ວຍ​ມູນ​ເຊື້ອ​ອັນ​ສະ​ຫງ່າລາ​ສີ 70 ປີ, ດ້ວຍ​ຄຸນ​ນະ​ທາດ​ການ​ເມືອງ​ຢ່າງ​ໝັ້ນ​ຄົງ, ພູມ​ປັນ​ຍາ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ; ພາຍ​ໃຕ້ການຊີ້ນຳນຳພາໂດຍ​ກົງ, ຈົ່ງ​ຮັກ​ພັກ​ດີ, ຮອບ​ດ້ານ​ຂອງ​ພັກ, ລັດ, ໂດຍ​ກົງ​ແມ່ນ​ຄະ​ນະ​ພັກ​ຕຳ​ຫຼວດ​ສູນ​ກາງ, ການ​ນຳ​ກະ​ຊວງ​ຕຳ​ຫຼວດ, ພ້ອມ​ກັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອຳ​ນາດ​ການ​ປົກ​ຄ​ອງ ແລະ ປະ​ຊາ​ຊົນ, ກຳ​ລັງ​ຕຳ​ຫຼວດ​ເສດ​ຖະ​ກິດ ຈະ​ສ້າງ​ຜົນ​ງານ​ຫຼາຍ​ຢ່າງ​ຕື່ມ​ອີກ; ຈົ່ງ​ຮັກ​ພັກ​ດີ, ມີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ”.

(ແຫຼ່ງຄັດຈາກ VOV)

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ສືບຕໍ່ເຮັດວຽກ

ກອງປະຊຸມວິສາມັນຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16 ສືບຕໍ່ເຮັດວຽກ

ຮ່າງກົດໝາຍໄດ້ສ້າງຫຼາຍເນື້ອໃນກ່ຽວຂ້ອງການການຄຸ້ມຄອງຄວາມສ່ຽງ, ຄວບຄຸມສິນຄ້າ, ຜູ້ນຳໃຊ້ສຸດທ້າຍ, ຈຸດປະສົງນຳໃຊ້ສຸດທ້າຍ...

Top