ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກຮ່ວມມືສຳຄັນຢ່າງມີປະສິດທິຜົນ
ການພົບປະລະຫວ່າງສອງຝ່າຍ (ພາບ: VNA)
ຕອນບ່າຍວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທີການພົບປະກັບທ່ານໂສພົນ ຊາຣຳ ປະທານສະພາແຫ່ງຊາດ ລາຊະອານາຈັກ ໄທ ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນການຢ້ຽມຢາມມີຄວາມໝາຍສຳຄັນພິເສດເມື່ອໄດ້ດຳເນີນກົງກັບໂອກາດ ສະເຫຼີມສະຫຼອງ50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ (6/8/1976 - 6/8/2026), ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ກໍ່ຄືຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ໄທໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນ, ເສີມຂະຫຍາຍບັນດາກົນໄກຮ່ວມມືສຳຄັນຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນກົນໄກປະຊຸມລັດຖະບານລວມ ໂດຍນາຍົກລັດຖະມົນຕີ ສອງປະເທດຮ່ວມເປັນປະທານ, ປະສານສົມທົບກັນຜັນຂະຫຍາຍໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ໄທໃນໄລຍະ 2026 – 2031 ຢ່າງມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາກົນໄກຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອນ, ອຸດສາຫະກຳດ້ານປ້ອງກັນຊາດ - ກູ້ໄພກູ້ຊີບຢ່າງມີປະສິດທິຜົນ; ຍູ້ແຮງການປະສານສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ບໍ່ປະໃຫ້ບໍ່ວ່າສ່ວນບຸກຄົນໃດ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.
(ແຫຼ່ງຄັດຈາກ VOV)