ໃນສະພາບວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນພວມພັດທະນາຢ່າງວ່ອງໄວ, ອາດຊະຍາກຳເສດຖະກິດນັບມື້ນັບແນບນຽນນັ້ນ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)
ກຳລັງຕຳຫຼວດເສດຖະກິດຕ້ອງສົມເປັນ “ດາບແຫຼມຄົມ” ໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳ. ນີ້ແມ່ນຄຳຊີ້ນຳຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ທີ່ພິທີສະເຫຼີມສະເຫຼອງ 70 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເສດຖະກິດ (10 ສິງຫາ 1956 – 10 ສິງຫາ 2026) ແລະ ຕ້ອນຮັບຫຼຽນໄຊ ໂຮ່ຈີມິນ, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 08 ສິງຫາ, ຢູ່ ຮ່າໂນ້ຍ. ທີ່ພິທີ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງກະເຊົ້າດອກໄມ້ມາອວຍພອນ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຖືວ່າ ໃນສະພາບວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ເສດຖະກິດດີຈີຕອນພວມພັດທະນາຢ່າງວ່ອງໄວ, ອາດຊະຍາກຳເສດຖະກິດນັບມື້ນັບແນບນຽນນັ້ນ, ທ່ານສະເໜີໃຫ້ກຳລັງຕຳຫຼວດເສດຖະກິດຕ້ອງນຳໜ້າໃນການນຳໃຊ້ວິທະຍາສາດເຕັກໂນໂລຊີ, ເປັນເຈົ້າສັງເກດຄວາມສ່ຽງໃໝ່ສຳລັບຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານຂໍ້ມູນ, ຄວາມໝັ້ນຄົງໃນລະບົບສະໜອງ... ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ເຊື່ອໝັ້ນວ່າ:
“ດ້ວຍມູນເຊື້ອອັນສະຫງ່າລາສີ 70 ປີ, ດ້ວຍຄຸນນະທາດການເມືອງຢ່າງໝັ້ນຄົງ, ພູມປັນຍາ ແລະ ຄວາມສຸດຈິດສຸດໃຈ; ພາຍໃຕ້ການຊີ້ນຳນຳພາໂດຍກົງ, ຈົ່ງຮັກພັກດີ, ຮອບດ້ານຂອງພັກ, ລັດ, ໂດຍກົງແມ່ນຄະນະພັກຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດ, ພ້ອມກັບການສະໜັບສະໜູນຂອງບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງ ແລະ ປະຊາຊົນ, ກຳລັງຕຳຫຼວດເສດຖະກິດ ຈະສ້າງຜົນງານຫຼາຍຢ່າງຕື່ມອີກ; ຈົ່ງຮັກພັກດີ, ມີຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ”.