• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ “70 ປີແຫ່ງວັນຕ້ອນຮັບພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ, ນັກຮຽນທາງພາກໃຕ້ ມາເຕົ້າໂຮມຢູ່ພາກເໜືອ”

ເຂົ້າຮ່ວມພິທີມີຜູ້ແທນເຊິ່ງເປັນພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນ, ນັກຮຽນທາງພາກໃຕ້ປະມານ 2.700 ຄົນ.
(ທີ່ພິທີ)

ຕອນຄ່ຳວັນທີ 27 ຕຸລາ, ຢູ່ນະຄອນ ເຊິມເຊີນ, ແຂວງ ແທັງຮວາ, ໄດ້ຈັດພິທີ ສະເຫຼີມສະຫຼອງ “70 ປີແຫ່ງວັນຕ້ອນຮັບພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບ, ນັກຮຽນທາງພາກໃຕ້ ມາເຕົ້າໂຮມຢູ່ພາກເໜືອ” ແລະ ລາຍການສະແດງສິລະປະດ້ວຍຫົວຂໍ້ “ບ້ານເກີດເມືອງນອນ ແທັງຮວາ - ນ້ຳໃຈຜູກພັນພາກເໜືອ - ຄວາມຮັກແພງພາກໃຕ້”. ເຂົ້າຮ່ວມພິທີມີຜູ້ແທນເຊິ່ງເປັນພະນັກງານ, ນັກຮົບ, ພໍ່ແມ່ປະຊາຊົນ, ນັກຮຽນທາງພາກໃຕ້ປະມານ 2.700 ຄົນ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນຈ້ອງເຫງີ້ຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ເນັ້ນໜັກວ່າ ການເຄື່ອນໄຫວນີ້ແມ່ນສັນຍາລັກຂອງຈິດໃຈມະຫາສາມັກຄີແຫ່ງຊາດ ຫວຽດນາມ ແລະ ແມ່ນກຳລັງແຮງປະຫວັດສາດ ເພື່ອນຳປະເທດກ້າວຂຶ້ນໃນຍຸກສະໄໝປະຈຸບັນ.

“ໃນໄລຍະຈະມາເຖິງ, ພວກເຮົາຕ້ອງສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຄວາມສະໜິດຕິດພັນຢ່າງສະໜິດແໜ້ນ, ມີປະສິດທິຜົນໃຫ້ຫຼາຍກວ່າອີກ. ໃນສົງຄາມພວກເຮົາໄດ້ແບ່ງກິນ, ແບ່ງນຸ່ງ, ໃນສະໄໝສັນຕິພາບພວກເຮົາຕ້ອງຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍກຳລັງແຮງຂອງແຕ່ລະທ້ອງຖິ່ນຢ່າງສຸດຂີດ, ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອ ຫວຽດນາມ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ມີຄວາມຜາສຸກ, ພັດທະນາ ແລະ ເຊື່ອມໂຍງ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top