• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນທັງລອງ-ຮ່າໂນ້ຍ

      ຕອນຄ່ຳວັນທີ 10 ຕູລາ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 1010 ປີແຫ່ງວັນທັງລອງ - ຮ່າໂນ້ຍ (1010 – 2020) ຂຶ້ນຢ່າງສົມກຽດ.

ພິທີສະເຫຼີມສະຫຼອງ 100 ປີແຫ່ງວັນທັງລອງ-ຮ່າໂນ້ຍ
(ພາບ: VGP)
      ເຂົ້າຮ່ວມພິທີມີທ່ານ ເຈິ່ງກວ໊ກເວື້ອງ, ຜູ້ປະຈຳການຄະນະເລຂາ; ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ; ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ມິງ ແລະ ການນຳບັນດາກະຊວງ, ຂະແໜງການ, ໝູ່ຄະນະຂັ້ນສູງກາງ ແລະ ຮ່າໂນ້ຍ.
ທີ່ພິທີສະເຫຼີມສະຫຼອງ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ດ້ວຍມູນເຊື້ອແຫ່ງອະລິຍະທຳ, ວິລະຊົນ, ສັນຕິພາບ, ມິດຕະພາບ ແລະ ຍາມໃດກໍ່ຮັກສາຄຸນຄ່າວັດທະນະທຳເປັນແກ່ນສານ, ຖືລັກສະນະນຳພາ, ຊ່ວຍທັງລອງ - ຮ່າໂນ້ຍ ຍື່ນຍົງຄົງຕົວຕະຫຼອດໄປ ແລະ ພັດທະນາຢ່າງຮຸ່ງເຮືອງເຫຼືອງເຫື້ຼອມ. ຊາວຮ່າໂນ້ຍ ໃນປະຈຸບັນ ມີໜ້າທີ່ຕ້ອງເຄົາລົບ, ອະນຸລັກຮັກສາ, ສືມທອດບັນດາຄຸນຄ່າທີ່ສັກກະລະບູຊານັ້ນ, ເສີມຂະຫຍາຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນຍຸກສະໄໝໂຮ່ຈີມິນ ແລະ ສືບທອດໃຫ້ລຸ້ນລູກຫຼານໃນອະນາຄົດ. ອົງຄະນະພັກ ແລະ ປະຊາຊົນທຸກຊັ້ນວັນນະຂອງນະຄອນຫຼວງໝັ້ນໝາຍວ່າ ຈະສາມັກຄີເປັນຈິດໜຶ່ງໃນດຽວກັນ, ປະກອບພູມປັນຍາ ແລະ ກຳລັງຄວາມສາມາດເພື່ອສ້າງນະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ທັນສະໄໝ, ທຽບເທົ່າກັບບັນດານະຄອນຂອງຫຼາຍປະເທດໃນໂລກ.
(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top