• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີສວດມົນພາວະນາເຖິງດວງວິນຍານບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ

ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946.
  ພິທີໄດ້ຈັດຂຶ້ນຢູ່ເຂດອະນຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ  
ເພື່ອຊາດຮ່ວມສຳພັນສູ້ຮົບ ລາວ- ຫວຽດນາມ ຢູ່ບ້ານເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ, ອຳນາດການປົກຄອງແຂວງ ວຽງຈັນ ໄດ້ຈັດຕັ້ງພິທີສວດມົນພາວະນາໄວ້ອາໄລເຖິງດວງວິນຍານບັນດານັກຮົບວິລະຊົນກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ທີ່ເສຍສະຫຼະຊີວິດໃນບັ້ນຮົບໄຊຊະນະຢູ່ບ້ານເກີນເມື່ອປີ 1946. ກ່າວຄຳເຫັນທີ່ພິທີ, ທ່ານ ທອງສະຫວັນ ວົງສຳພັນ, ຮອງເລຂາພັກແຂວງ ວຽງຈັນ ເນັ້ນໜັກວ່າ ພິທີດັ່ງກ່າວແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນຂອງສອງປະເທດ ແລະ ເພື່ອໃຫ້ປະຊາຊົນ, ພິເສດແມ່ນລຸ້ນໜຸ່ມສອງປະເທດ, ເຂົ້າໃຈແຈ້ງກ່ວາກ່ຽວກັບການຮ່ວມສຳພັນສູ້ຮົບ, ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ ອ້າຍນ້ອງ.

ອານຸສາວາລີນັກຮົບວິລະຊົນທີ່ເສຍສະຫຼະຊີວິດກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມໄດ້ກໍ່ສ້າງສຳເລັດປີ 2011. ຢູ່ເຂດນີ້, ວັນທີ 20 ມັງກອນ 1946, ກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໄດ້ດັບສູນຖານທີ່ໝັ້ນບ້ານເກີນ (ເມືອງ ທຸລະຄົມ), ຂອງລ່າເມືອງຂຶ້ນ ຝລັ່ງ. ນີ້ແມ່ນໄຊຊະນະມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ, ເປັນຂີດໝາຍພົ້ນເດັ່ນໃຫ້ແກ່ການຮ່ວມມືຂອງກອງຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ໃນໄລຍະຕົ້ນຂອງການປະຕິວັດປົດປ່ອຍຊາດ, ຮັກສາກຳລັງປະຕິວັດຕໍ່ສູ້ຍາວນານ ເພື່ອມຸ່ງໄປເຖິງໄຊຊະນະຢ່າງສົມບູນ.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top