• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ປີ 2017

ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ໄດ້ດຳເນີນໃນຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມເຫດການມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈີ່ນກ໋ວກເວື້ອງ; ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິງ…
(ພິທີມອບລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ປີ 2017)

ພ້ອມກັບບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ; ຜູ້ຕາງໜ້າບັນດາຄະນະ, ກະຊວງ, ຂະແໜງການ; ບັນດານັກຂ່າວອາວຸໂສ ພ້ອມກັບນັກຂ່າວໃນທົ່ວປະເທດເປັນຈຳນວນຫຼາຍ.

      ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ສະແດງຄວາມປະຕິຊົມຊື່ນໂດຍໃຫ້ຮູ້ວ່າ, ປີນີ້ແມ່ນປີມີຈຳນວນບັນດາບົດປະພັນສື່ມວນຊົນເຂົ້າຮ່ວມການເສັງຫຼາຍກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ, ຄຸນນະພາບຂອງບັນດາບົດປະພັນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ, ສະເໜີວ່າ.

      “ສື່ມວນຊົນຄວນສືບຕໍ່ກຳແໜ້ນ ແລະ ໂຄສະນາແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ທັນການ. ລະດົມກຳລັງໃຈ, ທະວີຄູນບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ເປັນແບບຢ່າງກ້າວໜ້າ, ແບບຢ່າງວຽກດີຄົນເດັ່ນ, ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງ, ບໍລິຫານຂອງສະພາແຫ່ງຊາດ, ລັດຖະບານຕື່ມອີກ… ສືບຕໍ່ເສີມຂະຫຍາຍບົດບາດ ແລະ ໜ້າທີ່ຕິດຕາມກວດກາ, ຕີລາຄາສັງຄົມຂອງສື່ມວນຊົນຢ່າງຕັ້ງໜ້າ”.

      ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ 12 ໄດ້ມອບໃຫ້ 105 ບົດປະພັນ, ໃນນັ້ນມີ 8 ລາງວັນ A, 25 ລາງວັນ B, 43 ລາງວັນ C ແລະ 29 ລາງວັນຊົມເຊີຍ.

(ແຫຼ່ງຄັດຈາກ VOV)


ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top