• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີປຸກລະດົມເດືອນກະທຳເພື່ອເດັກ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ອວຍພອນເດັກ 700 ຄົນ ທີ່ຕາງໜ້າໃຫ້ເດັກກວ່າ 25 ລ້ານຄົນໃນທົ່ວປະເທດ ຈົ່ງມີເວລາພັກແລ້ງທີ່ມີຄວາມໝາຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ອວຍພອນເດັກ 700 ຄົນ ທີ່ຕາງໜ້າໃຫ້ເດັກກວ່າ 25 ລ້ານຄົນໃນທົ່ວປະເທດ ຈົ່ງມີເວລາພັກແລ້ງທີ່ມີຄວາມໝາຍ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ພິທີ

(ພາບ: TTXVN)

ຕອນຄ່ຳວັນທີ 31 ພຶດສະພາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີປຸກລະດົມເດືອນກະທຳເພື່ອເດັກ ແລະ ໄຂໄລຍະພັກແລ້ງປີ 2022 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈເບິ່ງແຍງດູແລ, ສຶກສາອົບຮົມ ແລະ ປົກປ້ອງເດັກ” ຢູ່ຫໍເຍົາວະຊົນ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ອວຍພອນເດັກ 700 ຄົນ ທີ່ຕາງໜ້າໃຫ້ເດັກກວ່າ 25 ລ້ານຄົນໃນທົ່ວປະເທດ ຈົ່ງມີເວລາພັກແລ້ງທີ່ມີຄວາມໝາຍ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ພວກເຮົາບໍ່ພຽງແຕ່ມີເດືອນກະທຳເພື່ອເດັກເທົ່ານັ້ນ, ຫາກຍາມໃດກໍ່ຕ້ອງເຄື່ອນໄຫວເພື່ອເດັກອີກດ້ວຍ. ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງປະຕິບັດຢ່າງຄົບຖ້ວນ, ເຂັ້ມງວດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍເດັກນ້ອຍ ແລະ ມະຕິຂອງສະພາແຫ່ງຊາດ ແລະ ບັນດາເນື້ອໃນ, ໜ້າທີ່ກ່ຽວກັບການເບິ່ງແຍງດູແລ, ສຶກສາອົບຮົມ, ປົກປ້ອງເດັກໃນແຜນການພັດທະນາເສດຖະກິດ, ສັງຄົມ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

        “ພວກເຮົາຈົ່ງພ້ອມກັນກະທຳ ເພື່ອໃຫ້ເດັກແມ່ນບັນດາຜູ້ຄົນທຳອິດໄດ້ຮັບຜົນປະໂຫຍດຈາກຜົນງານໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ພວກເຮົາຕັດສິນໃຈປະຕິບັດເປົ້າໝາຍພັດທະນາໃຫ້ໄດ້ຢ່າງຮອບດ້ານກ່ຽວກັບຮ່າງກາຍ ແລະ ຈິດໃຈຂອງເດັກ. ປະທານ ໂຮ່ຈີມິນ ເຄີຍຕັກເຕືອນວ່າ: “ເພື່ອຜົນປະໂຫຍດ 10 ປີແມ່ນປູກຕົ້ນໄມ້ - ເພື່ອຜົນປະໂຫຍດ 100 ປີແມ່ນສ້າງຄົນ”. ຄອບຄົວ, ໂຮງຮຽນ, ສັງຄົມ ຍາມໃດກໍ່ມີຄວາມຮັບຜິດຊອບຕໍ່ເດັກ. ເດັກແຕ່ລະຄົນຈະແມ່ນໝໍ່ແໜງແຜ່ຂະຫຍາຍຄວາມຮັກ, ຄວາມເມດຕາປານີ, ຄຸນນະທາດ, ພູມປັນຍາ, ນ້ຳໃຈຮັກຊາດ, ເພື່ອໃຫ້ປະເທດ ຫວຽດນາມ ນັບມື້ນັບພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ”.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ພວກເດັກພວມປິ່ນປົວພະຍາດຢູ່ໂຮງໝໍເດັກສູນກາງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top