• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີຕ້ອນຮັບຢ່າງສົມກຽດ ສະຫາຍ ເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ທີ່ ນະຄອນຫຼວງ ວຽງຈັນ

ພິທີຕ້ອນຮັບສະຫາຍເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ຈັດຂຶ້ນຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດໃຫ້ແກ່ປະມຸກລັດ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.

ໃນຕອນເຊົ້າວັນທີ 1 ທັນວາ, ພິທີຕ້ອນຮັບສະຫາຍເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ໂງເຟືອງລີ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມທາງລັດຖະກິດ ເຖິງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງ ສປປ ລາວ ແລະ ຮ່ວມເປັນປະທານໃນກອງປະຊຸມຂັ້ນສູງ ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ທີ່ທຳນຽບປະທານປະເທດ ດ້ວຍພິທີການສູງສຸດ ສຳລັບປະມຸກລັດ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ເປັນປະທານໃນພິທີຕ້ອນຮັບດັ່ງກ່າວ.

ປະຕິບັດໂດຍ: VNA/VNP

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top