• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດ​ທະ​ນາ​ການ​ ແລກ​ປ່ຽນ​ເອ​ເລັກ​ໂຕ​ນິກ, ສ້າງ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ ຊຸກ​ຍູ້​ພັດ​ທະ​ນາ​ລັດ​ຖະ​ບານ​ດີ​ຈີ​ຕອນ, ເສ​ດຖະ​ກິດ​ດີ​ຈີ​ຕອນ ແລະ ສັງ​ຄົມ​ດີ​ຈີ​ຕອນ

ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງກ່ຽວກັບມາດຕາລະອຽດຄື: ຂອບເຂດ, ເປົ້າໝາຍປັບປຸງ, ອະທິບາຍຄຳສັບ, ຫຼັກການ, ລັກສະນະເປັນເອກະພາບຂອງ ຮ່າງບົດປຶກສາຫາລື ກັບກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຄວາມສອດຄອ່ງກັບບັນດາມາດຕະກາຂອງສົນທິສັນຍາສາກົນ
  ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 15 (ພາບ: quochoi.vn)  

ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ ສະພາແຫ່ງຊາດໄດ້ດຳເນີນວາລະປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການ ແລກປ່ຽນ ເອເລັກໂຕນິກ (ສະບັບປັບປຸງ). ໃນວາລະປຶກສາຫາລືມີສະມາຊິກສະພາແຫ່ງຊາດ 15 ທ່ານກ່າວຄຳເຫັນ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ອະພິບາຍ, ເຮັດໃຫ້ແຈ້ງບາງຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຍົກອອກມາປຶກສາຫາລື.

ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມໄດ້ປະກອບຄຳເຫັນຫຼາຍຢ່າງກ່ຽວກັບມາດຕາລະອຽດຄື: ຂອບເຂດ, ເປົ້າໝາຍປັບປຸງ, ອະທິບາຍຄຳສັບ, ຫຼັກການ, ລັກສະນະເປັນເອກະພາບຂອງ ຮ່າງບົດປຶກສາຫາລື ກັບກົດໝາຍສະບັບຕ່າງໆທີ່ມີສ່ວນກ່ຽວຂ້ອງ, ຄວາມສອດຄອ່ງກັບບັນດາມາດຕະກາຂອງສົນທິສັນຍາສາກົນ, ທາບທາມບົດຮຽນປະສົບການຂອງບັນດາປະເທດໃນການວາງອອກນະໂຍບາຍໜູນຊ່ວຍການຊຸກຍູ້ຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ພັດທະນາ ແລະນຳໃຊ້ບັນດາພື້ນຖານດີຈີຕອນ, ຄຸນຄ່າທາງດ້ານນິຕິກຳຂອງສານຂໍ້ມູນ; ມາດຕາປະຕິບັດ, ລັກສະນະເປັນໄປໄດ້ ແລະ ເງື່ອນໄຂຮັບປະກັນເພື່ອນຳກົດໝາຍເຂົ້າສູ່ຊີວິດຕົວຈິງໂດຍໄວ.

ຕອນບ່າຍວັນທີ 11 ກໍລະກົດ, ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດ ປີ 2023, ລົງປະຊາມະຕິຮັບຮອງເອົາມະຕິວ່າດ້ວຍການຈັດແບ່ງງົບປະມານສູນກາງປີ 2023, ປຶກສາຫາລືຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ

ວັນທີ 12 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ ມີບົດຂຽນ “ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດເພື່ອພັດທະນາປະເທດຊາດ”.

Top