
ກ່າວຄຳເຫັນທີ່ການເຮັດວຽກກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່ຽວກັບສະພາບການປະຕິບັດ ແລະ ວຽກງານສະຫຼຸບ 15 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຄະນະບໍລິຫານງານສູນກາງພັກ ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ໃນວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງ ໄດ້ເນັ້ນໜັກວ່າ ການກຳນົດຈະແຈ້ງທີ່ຕັ້ງ, ບົດບາດຂອງກະສິກຳ, ຊາວກະສິກອນ, ຊົນນະບົດ ຫວຽດນາມ ໃນໄລຍະ 2021 – 2030 ແລະ ວິໄສທັດຮອດປີ 2045 ແມ່ນມີຄວາມຈຳເປັນທີ່ສຸດ. ທ່ານກ່າວວ່າ:
ບັນດາທັດສະນະ, ເປົ້າໝາຍມາດຕະການຕ້ອງຄິດໄລ່ໃຫ້ເໝາະສົມກັບສະພາບການໃໝ່, ຂອງແຕ່ລະໄລຍະພັດທະນາໃນຕະຫຼອດໄລຍະທາງນັບແຕ່ປີ 2021 – 2030 ກໍ່ຄືວິໄສທັດຮອດປີ 2045. ບັນດາໜ້າທີ່ ແລະ ມາດຕະການຈຸດສຸມບຸກທະລຸໃໝ່, ຕ້ອງປ່ຽນແປງກ່ຽວກັບຄຸນນະພາບ ເນື້ອໃນກົນໄກ, ນະໂຍບາຍໃໝ່ ຕ້ອງມີລັກສະນະລຸລ່ວງ ແລະ ເສີມຂະຫຍາຍໄດ້ບັນດາແຫຼ່ງກຳລັງຂອງມະນຸດ, ບັນດາເງື່ອນໄຂທຳມະຊາດ ແລະ ສັງຄົມ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາກະສິກຳ, ຊົນນະບົດ, ຮັດແຄບຊ່ອງຫວ່າງໃນການພັດທະນາລະຫວ່າງ ຕົວເມືອງ ແລະ ຊົນນະບົດ. ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ສັງຄົມຂອງ ປະເທດ, ການກຳນົດທິດແບບຍືນຍົງ.
ພາຍຫຼັງ 15 ປີ ແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ໄດ້ສະແດງໃຫ້ເຫັນວ່າ ຢູ່ຂົງເຂດກະສິກຳ, ທົ່ວປະເທດຍັງຮັກສາການເຕີບໂຕໄດ້ດີ ແລະ ມີການພັດທະນາຢ່າງຮອບດ້ານພໍສົມຄວນ, ຄຸນນະພາບການເຕີບໂຕນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ. ຈາກນັ້ນສືບຕໍ່ຢັ້ງຢືນວ່າ ຂົງເຂດກະສິກຳ ຍັງສວມບົດບາດແມ່ນທີ່ຕັ້ງສຳຄັນຂອງພື້ນຖານເສດຖະກິດ.
(ແຫຼ່ງຄັດຈາກ VOV)