• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາເສດຖະກິດລວມໝູ່ "ເພີ່ມເສົາຄ້ຳໜູນຊ່ວຍກະສິກໍາ" ໃນພື້ນຖານເສດຖະກິດ

ເສດຖະກິດລວມໝູ່ແມ່ນ 1 ໃນຈຳນວນ 4 ພາກສ່ວນເສດຖະກິດທີ່ບໍ່ອາດຂາດໄດ້.
(ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ)

ເສດຖະກິດລວມໝູ່ແມ່ນພາກສ່ວນເສດຖະກິດທີ່ສຳຄັນ, ຕ້ອງໄດ້ຮັບການປັບປຸງ ແລະ ພັດທະນາພ້ອມກັບເສດຖະກິດຂອງລັດ ເພື່ອກາຍເປັນພື້ນຖານທີ່ໝັ້ນຄົງຂອງພື້ນຖານເສດຖະກິດແຫ່ງຊາດ. ການພັດທະນາເສດຖະກິດລວມໝູ່ແມ່ນທ່າອ່ຽງທີ່ຈຳເປັນພາວະວິໄສ, ແມ່ນໜ້າທີ່ຂອງທັງລະບົບການເມືອງ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ທີ່ເວທີປາໄສຊາວກະສິກອນແຫ່ງຊາດຄັ້ງທີ 8, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄາຍ ຢືນຢັນວ່າ, ເສດຖະກິດລວມໝູ່ແມ່ນ 1 ໃນຈຳນວນ 4 ພາກສ່ວນເສດຖະກິດທີ່ບໍ່ອາດຂາດໄດ້, ມັນໄດ້ສ້າງເງື່ອນໄຂທີ່ດີເດັ່ນຂອງເສດຖະກິດການຕະຫຼາດ, ຕາມການກຳນົດທິດສັງຄົມນິຍົມຢູ່ ຫວຽດນາມ.

“ສະມາຄົມຊາວກະສິກອນ ຫວຽດນາມ ຕ້ອງສ້າງເນື້ອໃນ ແລະ ແບບວິທີໂຄສະນາ, ສຶກສາ, ຮັບປະກັນຄວາມແທດຈິງ ແລະ ບັນລຸປະສິດທິຜົນ, ມີຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ສະມາຄົມຊາວກະສິກອນທຸກຂັ້ນ ຈົ່ງສືບຕໍ່ປະຕິບັດວຽກງານໂຄສະນາ, ຂົນຂວາຍ, ແນະນຳການສ້າງຕັ້ງໃໝ່ຫຼາຍສະຫະກອນ ແລະ ໜ່ວຍສະຫະກອນໃຫ້ໄດ້. ສະຫະກອນ, ໜ່ວຍສະຫະກອນທີ່ສ້າງຕັ້ງໃໝ່ຕ້ອງເຄື່ອນໄຫວຢ່າງມີປະສິດທິຜົນ, ມີການຮ່ວມສຳພັນເປັນລະບົບເຊິ່ງກັນ ແລະ ກັນ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top