ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບພົ້ນເດັ່ນຂອງແຕ່ລະພັກ, ຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງສອງຝ່າຍຕ່າງມີຄວາມສົນໃຈ ພ້ອມທັງເຫັນດີປຶກສາຫາລືທິດທາງເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ກຳປູເຈຍ. ການນຳສອງປະເທດ ເຫັນດີຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ລາວ -ກຳປູເຈຍ.
ສິ້ນສຸດກອງປະຊຸມ, ການນຳສອງປະເທດພ້ອມກັນເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບຂອງພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ.