ວັນທີ 7 ກຸມພາ, ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຂັ້ນສູງຄັ້ງທີ 15 ລະຫວ່າງຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໂດຍທ່ານເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ນຳຫນ້າ ແລະ ຄະນະຜູ້ແທນພັກປະຊາຊົນ ກຳປູເຈຍ ໂດຍທ່ານ ປະທານພັກ,ປະທານສະພາສູງ Samdech Techo Hun Sen ນຳຫນ້າ.
ທ່ານ ເລຂາທິການໃຫຍ່ ປະທານປະເທດລາວ ທອງລຸນ ສີສຸລິດ ກ່າວຄຳເຫັນທີ່ກອງປະຊຸມ.(ພາບ:TTXVN)
ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບສະພາບພົ້ນເດັ່ນຂອງແຕ່ລະພັກ, ຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບສະພາບການສາກົນ ແລະ ພາກພື້ນ ຊື່ງສອງຝ່າຍຕ່າງມີຄວາມສົນໃຈ ພ້ອມທັງເຫັນດີປຶກສາຫາລືທິດທາງເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ ລາວ ແລະ ກຳປູເຈຍ. ການນຳສອງປະເທດ ເຫັນດີຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ລາວ -ກຳປູເຈຍ.
ສິ້ນສຸດກອງປະຊຸມ, ການນຳສອງປະເທດພ້ອມກັນເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືບາງສະບັບຂອງພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນ ກຳປູເຈຍ.