• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັກ-ລັດ ແຫ່ງ ສປປ ລາວ ເວລາໃດກໍ່ຖືເປັນສຳຄັນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນຕອນບ່າຍວັນທີ 13 ພະຈິກ, ທ່ານ ໂຮ້ ດຶກ ເຟືອກ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເຂົ້າພົບປະໂອ້ລົມກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.
ທ່ານ ໂຮ້ ດຶກ ເຟືອກ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເຂົ້າພົບປະໂອ້ລົມກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ໃນການພົບປະໂອ້ລົມ, ສອງຝ່າຍຕີລາຄາສູງສະພາບລວມການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ກວດກາຄືນວຽກງານຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມສຳຄັນ; ແລກປ່ຽນມາດຕະການແກ້ໄຂຂໍ້ຫຍຸ້ງຍາກ, ຈຸດຄົງຄ້າງ, ພ້ອມກັນນັ້ນ ກໍ່ຍັງໄດ້ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ, ຕັດສິນໃຈນຳພາການພົວພັນ ຫວຽດນາມ-ລາວ ໃຫ້ພັດທະນາຢ່າງແທ້ຈິງ, ຍືນຍົງໃນໄລຍະໃໝ່. ສອງຝ່າຍໄດ້ເຫັນດີເປັນເອກະພາບເນື້ອໃນຈຸດສຸມ ແລະ ໝວດມາດຕະການແກ້ໄຂບັນຫາໃຫຍ່ສຳລັບໂຄງການລະອຽດຈຳນວນໜຶ່ງ. ຮອດປະຈຸບັນ, ຫຼາຍໂຄງການຂອງລັດວິສາຫະກິດ ຫວຽດນາມ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນໃນຫຼາກຫຼາຍຂົງເຂດ ກະສິກຳ-ປ່າໄມ້, ການຄ້າ, ການເງິນ, ໂທລະຄົມມະນາຄົມ, ກໍ່ສ້າງ, ພະລັງງານ, ການທ່ອງທ່ຽວ ແລະ ການຜະລິດ.

ຝ່າຍລາວ, ທ່ານ ສອນໄຊ ສີພັນດອນ ຢັ້ງຢືນວ່າ: ພັກ-ລັດ ແຫ່ງ ສປປ ລາວ  ເວລາໃດກໍ່ຖືເປັນສຳຄັນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ. ທ່ານນາຍົກລັດຖະມົນຕີ ລາວ ສະເໜີສອງຝ່າຍ ເສີມຂະຫຍາຍການຮ່ວມມືທາງດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ເພື່ອພ້ອມກັນຮັບມືກັບບັນດາປະກົດການສິ່ງທ້າທາຍໃໝ່; ເພີ່ມທະວີການເຊື່ອມຕໍ່ພື້ນຖານເສດຖະກິດສອງຝ່າຍ, ສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງສອງປະເທດທີ່ໄດ້ເຊັນລົງນາມ; ເນັ້ນໜັກໃຫ້ສອງຝ່າຍຕ້ອງໄດ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອກວດກາຄືນ, ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມື; ເພີ່ມທະວີການແບ່ງບັນຂໍ້ມູນຂ່າວສານ, ປະສານສົມທົບຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີສາກົນ, ຂົງເຂດ ແລະ ກົນໄກອະນຸພາກພື້ນ....

(ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top