• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະຍຸລູກທີ 5 ໂນອິນ ພັດເຂົ້າພາກກາງ ຫວຽດນາມ ໃນຕອນທ່ຽງ ແລະ ຕອນບ່າຍວັນທີ 18 ກັນຍາ

      ຕາມສູນພະຍາກອນອຸຕຸນິຍົມອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ພະຍຸໂນອິນ ເຊິ່ງແມ່ນ ພະຍຸໃຫຍ່ກ່ວາໝູ່ໝົດນັບແຕ່ຕົ້ນປີ 2020 ມາຮອດປະຈຸບັນ ຈະພັດເຂົ້າພາກກາງ ຫວຽດນາມ ນັບແຕ່ແຂວງ ກ໋ວາງບີ່ງ ລົງໄປຮອດແຂວງ ກ໋ວາງນາມ ໃນຕອນທ່ຽງ ແລະ ຕອນບ່າຍຂອງວັນທີ 18 ກັນຍາ ດ້ວຍກຳລັງແຮງລົມຢູ່ຈຸດສູນກາງພະຍຸແຮງທີ່ສຸດລະດັບ 10 – 11, ສູງສຸດແມ່ນລະດັບ 13.

ພະຍຸລູກທີ 5 ໂນອິນ ພັດເຂົ້າພາກກາງ ຫວຽດນາມ ໃນຕອນທ່ຽງ ແລະ ຕອນບ່າຍວັນທີ 18 ກັນຍາ (ພາບ: kttv.gov.vn
      ໃນຕອນບ່າຍວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ລົງກວດກາ, ຊີ້ນຳວຽກງານຮັບມືຕໍ່ພະຍຸໂນອິນຢູ່ແຂວງ ເທື່ອທຽນ-ເຫວ້ ແລະ ແຂວງ ກ໋ວາງຈີ້. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ສະເໜີວ່າ:
        “ສຸມໃສ່ຮັບປະກັນຄວາມປອດໄພໃຫ້ເຄຫະສະຖານຕ່າງໆ ແຕ່ກ່ອນອື່ນໝົດແມ່ນເຮືອນຢູ່ຂອງປະຊາຊົນ, ຫລັງຈາກນັ້ນແມ່ນບັນດາ ໂຮງຮຽນ, ໂຮງລ້ຽງເດັກ, ຮາກຖານສາທາລະນະສຸກ…ແລະ ທີສາມແມ່ນສຸມໃສ່ປົກປັກຮັກສາບັນດາກິດຈະການຜະລິດ, ອຸດສາຫະກຳ, ການບໍລິການ, ຮ້ານອາຫານ…ໄປພ້ອມກັນນັ້ນ ແມ່ນຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວໃນບໍລິເວນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top