ຕອນເຊົ້າວັນທີ 17 ທັນວາ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕາມຮູບແບບເຊິ່ງໜ້າ ສົມທົບແບບທາງໄກ ຈາກສະຖານທີ່ເຊື່ອມຕໍ່ຂັ້ນແຂວງ ກັບ 53 ຈຸດເຊື່ອມຕໍ່ບັນດາຕາແສງ, ເຂດພິເສດໃນບໍລິເວນແຂວງ.
ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV. ພ້ອມທັງສະເໜີຫຼາຍເນື້ອໃນສຳຄັນຄື: ລະບອບເງິນເດືອນສຳລັບພະນັກງານ, ລັດຖະກອນຂັ້ນຕາແສງພາຍຫຼັງໂຮມເຂົ້າ; ພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດເຂດມໍລະດົກ, ຜູ້ມີສິດເລືອກຕັ້ງປາດຖະໜາໃຫ້ສະພາແຫ່ງຊາດ ພິຈາລະນາປະກາດໃຊ້ມະຕິວ່າດ້ວຍກົນໄກ, ນະໂຍບາຍພິເສດສະເພາະ ສ້າງແລວນິຕິກຳ ແລະ ແຫຼ່ງກຳລັງກ່ຽວກັບທີ່ດິນ, ການລົງທຶນ, ການເງິນ - ງົບປະມານແຫ່ງລັດ, ພາສີ, ບຸລິມະສິດການກູ້ຢືນເງິນ ແລະ ເຊົ່າດິນ, ເພື່ອແນໃສ່ຊຸກຍູ້ວິສາຫະກິດມາລົງທຶນພັດທະນາບັນດາຜະລິດຕະພັນ, ການບໍລິການວັດທະນະທຳ ນັບແຕ່ຂັ້ນຕອນການຜະລິດຈົນຮອດການບໍລິໂພກ…ທີ່ການພົບປະ, ການນຳແຂວງ ກວ໋າງນິງ ກໍ່ເນັ້ນໜັກວ່າທາງແຂວງໄດ້ສ້າງແຜນການເຕີບໂຕໃນປີ 2026 ດ້ວຍຄວາມຕັດສິນໃຈຢ່າງສູງ, ພະຍາຍາມຫັນປ່ຽນໂຄງປະກອບຕາມທິດມີຄຸນນະພາບ, ຖືວິທະຍາສາດ - ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ ເປັນກຳລັງໜູນຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ, ຫັນເປົ້າໝາຍການເຕີບໂຕໃຫ້ປະກົດຜົນເປັນຈິງ.







