ຂ່າວສານ

ຜ​ູ້​ມີ​ສິດ​ເລືອກ​ຕັ້ງ ແຂວງ ກວ໋າງ​ນິງ ສະ​ເໜີ​ຕໍ່ສະ​ພາ​ແຫ່ງ​ຊາດຫຼາຍ​ເນື້ອ​ໃນ​ສຳ​ຄັນ

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV.
ຜູ້ມີສິດເລືອກຕັ້ງແຂວງກວ໋າງນິງສະເໜີຫຼາຍເນື້ອໃນກັບ ສະມາຊິກສະພາແຫ່ງຊາດ (ພາບ: VOV)

ຕອນເຊົ້າວັນທີ 17 ທັນວາ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕາມຮູບແບບເຊິ່ງໜ້າ ສົມທົບແບບທາງໄກ ຈາກສະຖານທີ່ເຊື່ອມຕໍ່ຂັ້ນແຂວງ ກັບ 53 ຈຸດເຊື່ອມຕໍ່ບັນດາຕາແສງ, ເຂດພິເສດໃນບໍລິເວນແຂວງ.

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາການປະກອບສ່ວນຂອງຄະນະສະມາຊິກສະພາແຫ່ງຊາດແຂວງ ກວ໋າງນິງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ XV. ພ້ອມທັງສະເໜີຫຼາຍເນື້ອໃນສຳຄັນຄື: ລະບອບເງິນເດືອນສຳລັບພະນັກງານ, ລັດຖະກອນຂັ້ນຕາແສງພາຍຫຼັງໂຮມເຂົ້າ; ພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດເຂດມໍລະດົກ, ຜູ້ມີສິດເລືອກຕັ້ງປາດຖະໜາໃຫ້ສະພາແຫ່ງຊາດ ພິຈາລະນາປະກາດໃຊ້ມະຕິວ່າດ້ວຍກົນໄກ, ນະໂຍບາຍພິເສດສະເພາະ ສ້າງແລວນິຕິກຳ ແລະ ແຫຼ່ງກຳລັງກ່ຽວກັບທີ່ດິນ, ການລົງທຶນ, ການເງິນ - ງົບປະມານແຫ່ງລັດ, ພາສີ, ບຸລິມະສິດການກູ້ຢືນເງິນ ແລະ ເຊົ່າດິນ, ເພື່ອແນໃສ່ຊຸກຍູ້ວິສາຫະກິດມາລົງທຶນພັດທະນາບັນດາຜະລິດຕະພັນ, ການບໍລິການວັດທະນະທຳ ນັບແຕ່ຂັ້ນຕອນການຜະລິດຈົນຮອດການບໍລິໂພກ…ທີ່ການພົບປະ, ການນຳແຂວງ ກວ໋າງນິງ ກໍ່ເນັ້ນໜັກວ່າທາງແຂວງໄດ້ສ້າງແຜນການເຕີບໂຕໃນປີ 2026 ດ້ວຍຄວາມຕັດສິນໃຈຢ່າງສູງ, ພະຍາຍາມຫັນປ່ຽນໂຄງປະກອບຕາມທິດມີຄຸນນະພາບ, ຖືວິທະຍາສາດ - ເຕັກໂນໂລຢີ ແລະ ການຫັນເປັນດີຈີຕອນ ເປັນກຳລັງໜູນຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ, ຫັນເປົ້າໝາຍການເຕີບໂຕໃຫ້ປະກົດຜົນເປັນຈິງ.


top