• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕາງໜ້າ ອົງການ UNICEF ຕີລາຄາສູງ ຫວຽດນາມ ໃນວຽກງານປົກປ້ອງເດັກໃນສະພາບເກີດໂລກລະບາດ

      ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການ ແລະ ບັນດາການເຄື່ອນໄຫວດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19.
ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ (ພາບ: TTXVN)
      ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ກ່ຽວກັບສິດທິເດັກ ແລະ ການປົກປ້ອງ, ເບິ່ງແຍງດູແລເດັກໃນໄລຍະເກີດໂລກລະບາດໂຄວິດ - 19, ເດືອນກະທຳເພື່ອເດັກ ປີ 2021 ຂອງ ຫວຽດນາມ ໄດ້ສຸມໃສ່ຫົວຂໍ້: “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກໃນສະພາບເກີດໄພທຳມະຊາດ ແລະ ໂລກລະບາດ”. ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາມາດຕະການ ແລະ ບັນດາການເຄື່ອນໄຫວດ້ວຍຄວາມຕັດສິນໃຈສູງຂອງລັດຖະບານ ຫວຽດນາມ ເພື່ອແນໃສ່ຄວບຄຸມການແຜ່ລະບາດຂອງໂລກລະບາດໂຄວິດ - 19 ແລະ ດຳເນີນການສັກວັກຊິນຢ່າງວ່ອງໄວ, ປອດໄພໃຫ້ແກ່ປະຊາຊົນ.
        ຕາມທ່ານນາງ Rana Flowers ແລ້ວ, ສາມຂົງເຂດສຳຄັນໃນການປົກປ້ອງເດັກ ເຊິ່ງລັດຖະບານ ຫວຽດນາມ ກໍຄື UNICEF ຕ້ອງເອົາໃຈໃສ່ເພື່ອປ້ອງກັນໄດ້ດີກວ່ານັ້ນແມ່ນ, ປ້ອງກັນ, ຕ້ານການທຳຮ້າຍ, ໃຊ້ຄວາມຮຸນແຮງສຳລັບເດັກ; ປົກປ້ອງເດັກຢ່າງປອດໄພໃນເຄືອຂ່າຍອິນເຕີເນັດ; ປົກປ້ອງເດັກໃນເງື່ອນໄຂປະຕິບັດການແຍກຕົວຍ້ອນໂລກລະບາດໂຄວິດ - 19. ຢູ່ທັງສາມຂົງເຂດດັ່ງກ່າວ, ທ່ານນາງ Rana Flowers ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ ເພື່ອຮັບປະກັນການໜູນຊ່ວຍຢ່າງທັນການ ແລະ ປົກປ້ອງເດັກຕໍ່ໜ້າຜົນກະທົບ ແລະ ຂໍ້ຈຳກັດຂອງໂລກລະບາດ ໂຄວິດ - 19.  
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top