ຂ່າວສານ
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI
ນະທີ່ນີ້, ຕາງໜ້າໃຫ້ບັນດາຜູ້ສະໝັກຮັບເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານທີ່ໄດ້ສະເໜີມາຢ່າງເຂັ້ມງວດ; ປາດຖະໜາໃຫ້ຜູ້ມີສິດເລືອກຕັ້ງສືບຕໍ່ໃຫ້ຄວາມເອົາໃຈໃສ່ຕິດຕາມ, ສະໜັບສະໜູນການເຄື່ອນໄຫວຂອງສະພາແຫ່ງຊາດເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ, ຍືນຍົງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ແບ່ງປັນພ້ອມກັບບັນດາຜູ້ສະໝັກຮັບເລືອກຕັ້ງວ່າ ຖ້າໄດ້ຮັບການເລືອກຕັ້ງ ຕ້ອງມີການຕິດຕໍ່ພົວພັນກັບຜູ້ມີສິດເລືອກຕັ້ງ, ຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເປັນປະຈຳ ເພື່ອສ່ອງແສງເຖິງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຢ່າງທັນການ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ປະກອບເຫື່ອແຮງ, ພຸມປັນຍາເຂົ້າໃນການສ້າງກົດໝາຍ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ ແລະ ການຕິດຕາມກວດກາສູງສຸດສຳລັບການເຄື່ອນໄຫວຂອງກົງຈັກລັດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກໍໃຫ້ຮູ້ວ່າ ສະພາແຫ່ງຊາດໄດ້ປະກາດໃຊ້ຫຼາຍກົນໄກ, ນະໂຍບາຍພິເສດ ແນໃສ່ສ້າງໂອກາດພັດທະນາກ້າວກະໂດດຂັ້ນ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ກໍໄດ້ວາງອອກ 12 ໜ້າທີ່, ມາດຕະການຈຸດສຸມ. ດ້ວຍຫຼາຍມາດຕະການທີ່ຕິດແທດກັບຕົວຈິງຄືແນວນັ້ນ, ນະຄອນ ໂຮ່ຈີມິນ ຈະນຳໜ້າທົ່ວປະເທດກ່ຽວກັບການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.








