ຂ່າວສານ
ປຊຊ ຊາວຊົນເຜົ່າສ່ວນໜ້ອຍຕາແສງ ບັກແຄັງວິ້ງ ແຂວງ ແຄັງຮວ່າ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ
ຕອນເຊົ້າວັນທີ 14 ພະຈິກ, ທ່ານ ມາຍວັນຈິງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ຕາແສງ ບັກແຄັງວິ້ງ ແຂວງ ແຄັງຮວ່າ ຊື່ງແມ່ນເຂດພູດອຍທີ່ມີຊາວເຜົ່າ Raglay, ພ້ອມກັບ 9 ຊົນເຜົ່າອື່ນເປັນຈຳນວນຫຼາຍໄດ້ດຳລົງຊີວິດຮ່ວມກັນ.
ກ່າວຄຳເຫັນທີ່ງານບຸນ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີວ່າ:
ຕ້ອງເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງຂອງ ປຊຊ ບັນດາເຜົ່າ, ເສີມຂະຫຍາຍຄວາມສາມາດບົ່ມຊອ້ນທີ່ແຕກຕ່າງ, ທ່າໄດ້ປຽບອັນພົ້ນເດັ່ນດ້ານພູມສາດ, ດິນຟ້າອາກາດ, ຊັບພະຍາກອນປ່າ ແລະ ທີ່ດິນ ເພື່ອພັດທະນາກະສິກຳແບບຍືນຍົງ, ກະສິກຳຊີວະພາບ ສົມທົບກັບການທ່ອງທ່ຽວເຂດຊຸມຊົນ, ທ່ອງທ່ຽວລົງຕົວຈິງ. ຖືເປັນສຳຄັນການປົກປັກຮັກສາປ່າ, ຮັກສາແຫຼ່ງນ້ຳ, ປົກປັກຮັກສາສິ່ງແວດລ້ອມຊີວະພາບ. ນັ້ນແມ່ນວິທິເຮັດທີ່ແທດຈິງທີ່ສຸດເພື່ອພັດທະນາໃນໄລຍະຍາວນານ.








