ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງເຊັນຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອເງິນຈຳນວນ 700 ຕື້ດົ່ງ (ກວ່າ 26,5 ລ້ານ USD) ຈາກແຫຼ່ງງົບປະມານສູນກາງສຳຮອງປີ 2025 ໃຫ້ແກ່ 04 ທ້ອງຖິ່ນ, ລວມມີ: ນະຄອນ ເຫວ້, ແຂວງ ກວ໋າງງາຍ, ແຂວງ ຢາລາຍ ແລະ ແຂວງ ດັກລັກ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກຊີ້ນຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ (ພາບ: VGP)
ບ້ວງເງິນດັ່ງກ່າວ ເພື່ອແນໃສ່ຊ່ວຍໃຫ້ບັນດາທ້ອງຖິ່ນສຸມໃສ່ຊ່ວຍເຫຼືອປະຊາຊົນກໍ່ສ້າງເຮືອນຄືນໃໝ່, ສ້ອມແປງຫຼັງຄາເຮືອນ; ສັບຊ້ອນຊຸມຊົນເຂດຖືກຜົນກະທົບຈາກໄພທຳມະຊາດໃຫ້ເປັນປົກກະຕິໂດຍດ່ວນ, ຟື້ນຟູບັນດາພື້ນຖານໂຄງລ່າງທີ່ຈຳເປັນກ່ຽວກັບການສຶກສາ, ສາທາລະນະສຸກ, ການຄົມມະນາຄົມ, ຊົນລະປະທານ,…
ຕາມການສະຖິຕິພື້ນຖານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄພທຳມະຊາດທີ່ເກີດຂຶ້ນໃນເຂດນັບແຕ່ແຂວງ ຮ່າຕິງ ເຖິງ ດັກລັກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຫາຍສາບສູນ 90 ຄົນ; ຜູ້ຖືກບາດເຈັບ 273 ຄົນ; ມີເຮືອນເກືອບ 2.300 ຫຼັງຖືກຫັກພັງ, ເປເພ; ການປູກເຂົ້າ, ທັນຍາຫານໃນເນື້ອທີກວ່າ 160.700 ເຮັກຕາຖືກເສຍຫາຍ; ມີສັດໃຫຍ່, ສັດປີກກວ່າ 455.000 ໂຕ; ເຮືອ, ກ່ຳປັ່ນກວ່າ 680 ລຳຖືກເປເພ; ກະຊັງປູກລ້ຽງສິນໃນນ້ຳກວ່າ 63.300 ອັນຖືກເສຍຫາຍ; ລະບົບຄອງເໝືອງ, ເສັ້ນທາງຄົມມະນາຄົມຖືກເຊາະເຈືອນ, ເປເພຢ່າງໜັກໜ່ວງ… ຄາດວ່າລວມມູນຄ່າການເສຍຫາຍເກືອບ 27.300 ຕື້ດົ່ງ (ກວ່າ 1 ຕື້ USD).
(ແຫຼ່ງຄັດຈາກ VOV)