• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ສະຫະລັດ ອາເມຣິກາ ສືບຕໍ່ການເຈລະຈາດ້ານວິຊາການກ່ຽວກັບຂໍ້ຕົກລົງການຄ້າສົມ​ທົບ​ດຸ່ນ​ດ່ຽງ ແລະ ຍຸ​ຕິ​ທຳ

ແຕ່ວັນທີ 12-14 ພະຈິກ, ທີ່ວໍຊິງຕັນ ດີຊີ, ຮອບການເຈລະຈາຂັ້ນວິຊາການ ກ່ຽວກັບຂໍ້ຕົກລົງການຄ້າສົມທົບດຸ່ນດ່ຽງ ແລະ ຍຸດຕິທຳ ລະຫວ່າງ ຫວຽດນາມ ແລະ ສະຫະລັດ ອາເມຣິກາ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ການຊີ້ນຳຂອງ ທ່ານລັດຖະມົນຕີ ຫວຽນຮົ່ງຢຽນ, ຫົວໜ້າຄະນະເຈລະຈາຫວຽດນາມ ແລະ ຫົວໜ້າຜູ້ຕາງໜ້າການຄ້າສະຫະລັດ ອາເມຣິກາ ທ່ານ Jamieson Greer.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: chinhphu.vn)

 ຫຼັງຈາກກອງປະຊຸມການເຈລະຈາລະດັບລັດຖະມົນຕີ ໃນວັນທີ 10 ພະຈິກ, ວັນທີ 12 ພະຈິກ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະຜູ້ແທນການເຈລະຈາ ຫວຽດນາມ ໄດ້ເຮັດວຽກກັບ ທ່ານ Rick Switzer, ຮອງຜູ້ຕາງໜ້າການຄ້າສະຫະລັດ ເພື່ອເລີ່ມຕົ້ນ ການເຈລະຈາດ້ານວິຊາການ. ໃນການເຮັດວຽກ, ສອງຝ່າຍໄດ້ສຸມໃສ່ປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດ ແລະ ການຄ້າສອງຝ່າຍ, ພ້ອມທັງຕົກລົງເຫັນດີກ່ຽວກັບເນື້ອໃນຈຳນວນໜຶ່ງ ເພື່ອບັນດາກຸ່ມເຈລະຈາລະດັບວິຊາການຂອງສອງຝ່າຍ ສຸມໃສ່ການສືບຕໍ່ແກ້ໄຂຮັບປະກັນ ໃຫ້ໄດ້ຮັບຜົນດີທີ່ສຸດ. ນີ້ຖືວ່າເປັນບາດກ້າວຕໍ່ໄປທີ່ສຳຄັນ, ສະເໜີກຳນົດທິດທາງໃຫ້ບັນດາກຸ່ມວິຊາການໃນການເຈລະຈາຮອບນີ້, ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຂອງທັງສອງຝ່າຍໃນການສົ່ງເສີມການຮ່ວມມືດ້ານການຄ້າທີ່ໝັ້ນຄົງ, ດຸ່ນດ່ຽງ, ຍຸດຕິທຳ ແລະ ຍືນຍົງ.

        ທ່ານ Rick Switzer, ຮອງຫົວໜ້າຜູ້ຕາງໜ້າການຄ້າສະຫະລັດອາເມຣິກາ ໄດ້ຮັບຮູ້ເຖິງບັນດາບາດກ້າວອັນຕັ້ງໜ້າໃນນະໂຍບາຍການຄ້າ, ການປະຕິຮູບລະບອບລະບຽບການ ແລະ ຄໍາໝັ້ນສັນຍາ ການເຊື່ອມໂຍງສາກົນຂອງຫວຽດນາມ ກໍຄືຜົນຂອງການເຈລະຈາຮອບທີ່ຜ່ານມາ, ພ້ອມທັງ ຢືນຢັນວ່າການຮ່ວມມືຢ່າງໃກ້ຊິດລະຫວ່າງສອງຝ່າຍຈະສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ຂັ້ນຕອນການເຈລະຈາ.

        ພາຍຫຼັງການເຮັດວຽກ, ຄະນະເຈລະຈາຂອງສອງປະເທດໄດ້ເລີ່ມຕົ້ນຜັນຂະຫຍາຍບັນດາວຽກງານເປັນກຸ່ມ ເພື່ອເຈລະຈາບັນດາເນື້ອໃນຕາມແຜນການທີ່ໄດ້ກຳນົດໄວ້ກ່ອນໜ້າ.

(ແຫຼ່ງຄັດຈາກ VOV)

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ ໄທ​ງວຽນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ໃນອາຍຸການໃໝ່, ແນວໂຮມປະເທດ ແຂວງ ໄທງວຽນ ກຳນົດສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ຍົກສູງຄຸນນະພາບການຕິດຕາມກວດກາ, ຕີລາຄາໃນສັງຄົມ, ເສີມຂະຫຍາຍລັກສະນະອະທິປະໄຕ, ສ້າງຄວາມເຫັນດີເຫັນພ້ອມທາງສັງຄົມ, ປຸກລຸກຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.

Top