ວິວັດການພັດທະນາຂອງ ນະຄອນຫຼວງ ຮ່າໂນ້ຍ ພາຍຫຼັງ 72 ປີແຫ່ງວັນປົດປ່ອຍ (10/10/1954-10/10/2026) ສະແດງໃຫ້ເຫັນວິທີການຊີ້ນຳນຳພາຕ້ອງໄດ້ຮັບການປ່ຽນແປງໃໝ່ຢ່າງຕໍ່ເນື່ອງ, ຕິດແທດຕົວຈິງ ຂອງແຕ່ລະໄລຍະພັດທະນາ. ນີ້ກໍ່ແມ່ນຄຳຮຽກຮ້ອງໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກເຖິງ ຢູ່ກອງປະຊຸມສູນກາງຄັ້ງທີ 4 ຊຸດທີ XIV ໄດ້ດຳເນີນແຕ່ວັນທີ 5 – 8 ຕຸລາ.
ຮ່າໂນ້ຍໃນມື້ນີ້ໄດ້ ແລະ ພວມມີການພັດທະນາຢ່າງແຮງ, ຢັ້ງຢືນບົດບາດເປັນສູນເສດຖະກິດ, ການເມືອງ, ວັດນະທະນຳ ແລະ ສັງຄົມຂອງທົ່ວປະເທດ. ໃນວິວັດການພັດທະນາຂອງຮ່າໂນ້ຍ, ຄຳຮຽກຮ້ອງນີ້ຍິ່ງສະແດງໃຫ້ເຫັນລັກສະນະຈຳເປັນຂອການປ່ຽນແປງໃໝ່ວິທີການນຳພາເພື່ອຕອບສະໜອງບັນດາບັນຫາທີ່ນັບມື້ນັບສັບສົນ, ເຊື່ອມຕໍ່ຢ່າງແໜ້ນແຟ້ນໃນຕົວເມືອງພິເສດ.
ການປ່ຽນແປງໃໝ່ວິທີການນຳພາກ່ອນອື່ນສະແດງໃຫ້ເຫັນທີ່ການຕິດພັນການວາງ ແຜນກຳນົດ ແຜນນະໂຍບາຍກັບການຈັດຕັ້ງປະຕິບັດ. ຄຳຮຽກຮ້ອງປ່ຽນແປງໃໝ່ແນໃສ່ແກ້ໄຂໄລຍະຫ່າງລະຫວ່າງການກຳນົດທິດ ກັບການປະຕິບັດ, ເປົ້າໝາຍໄດ້ກຳນົດ ແລະ ບັນດາເປົ້າໝາຍໃນຊີວິດຕົວຈິງ.






