• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງໃໝ່ວຽກງານຕິດຕາມກວດກາເພື່ອສ້າງສັນພັດທະນາ

ໃນຂອບເຂດເວທີປາໄສຍັງດຳເນີນບັນດາວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ປະກອບສ່ວນສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.
ທີ່ເວທີປາໄສ (ພາບ: quochoi.vn)

ຕອນເຊົ້າວັນທີ 06 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດເວທີປາໄສຂອງສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວຕິດຕາມກວດກາ ດ້ວຍຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດ ເພື່ອສ້າງສັນການພັດທະນາ”. ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດຈັດເວທີປາໄສ.

        ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ, ຄະນະປະຈຳສະພາແຫ່ງຊາດຕ້ອງຕິດຕາມກວດກາເປັນປະຈຳເພື່ອກວດພົບບັນດາບັນຫາທີ່ບໍ່ທ່ວງທັນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ.

        “ສະພາບການຕົວຈິງໃນປະຈຸບັນ, ໃນການປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ, ຄະນະປະຈຳສະພາແຫ່ງຊາດ ຕ້ອງຕິດຕາມກົດໝາຍ, ດຳລັດ, ຈົດໝາຍລັດຖະການ, ເພື່ອເບິ່ງວ່າ ກົດໝາຍທີ່ໄດ້ປະກາດໃຊ້ນັ້ນ ດຳລັດສາມາດໄປທັນຫຼືບໍ່; ດຳລັດຖືກກັບກົດໝາຍຫຼືບໍ່… ນີ້ແມ່ນບັນຫາທີ່ຕ້ອງເຮັດເປັນປະຈຳ, ກະທັນຫັນ ເພື່ອກວດພົບບັນດາບັນຫາທີ່ບໍ່ທ່ວງທັນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ”.

        ໃນຂອບເຂດເວທີປາໄສຍັງດຳເນີນບັນດາວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ປະກອບສ່ວນສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ

ພິ​ທີ​ສະ​ເຫຼີມ​ສະຫຼອງ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ ອາ​ຊຽນ ດ້ວຍ​ຫົວ​ຂໍ້ “ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ເຊື່ອມ​ໂຍງ ແລະ ຍືນ​ຍົງ”

“ໃນປີຜ່ານມາ, ຈິດໃຈ ອາຊຽນ ໄດ້ຮັບການພິສູດຢ່າງຈະແຈ້ງ, ນັບແຕ່ການຮ່ວມແຮງຮ່ວມໃຈຍົກຍ້າຍພົນລະເມືອງ ອາຊຽນ ທີ່ອາໄສຢູ່ບັນດາເຂດເກີດການປະທະກັນ ຕະຫຼອດຮອດປະຕິກິລິຍາປະສານສົມທົບ ເຊິ່ງບັນດາປະເທດ ອາຊຽນພ້ອມກັນປະຕິບັດ...."

Top