• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີປະທານອາຊຽນ 2020: ສ້າງອາຊຽນໃຫ້ໝັ້ນຄົງເຂ້ັມແຂງ, ສາມັກຄີ

      ຕອນບ່າຍ ວັນທີ 23 ທັນວາ, ຢູ່ ນະຄອນຫຼວງ ຮ່າໂນ້ຍ, ສະຖາບັນພົວພັນການຕ່າງປະເທດ (ກະຊວງການຕ່າງປະເທດ) ສົມທົບກັບສະຖານທູດ ລາຊະອານາຈັກໄທ ປະຈຳ ຮ່າໂນ້ຍ ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ທີ່ວ່າ:ນຳ ອາຊຽນ ພັດທະນາໄປໄກກ່ວາອີກ: ຕໍ່ຈາກອາຍຸການເປັນປະທານຂອງ ໄທ 2019 ມາເຖິງ ອາຊຽນ ແຫ່ງຄວາມສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວໃນອາຍຸການເປັນປະທານອາຊຽນຂອງ ຫຽດນາມ 2020”. 

ທ່ານ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ອະດີດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ,
ອກອັກຄະລັດຖະທູດ ຟ້າມກວາງວີງ (ພາບ: TTXVN)
      ຢູ່ທີ່ນີ້ ທ່ານ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດ, ອະດີດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ, ເອກອັກຄະລັດຖະທູດ ຟ້າມກວາງວີງ, ໃຫ້ຮູ້ວ່າ: ຫວຽດນາມ ເລືອກເອົາຫົວຂໍ້ ປີ ປະທານອາຊຽນ 2020“ສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”, ແລະ ຫວຽດນາມຈະສຸມໃສ່ສ້າງປະຊາຄົມ, ເຊື່ອມຕໍ່ພື້ນຖານໂຄງລ່າງໃນພາກພື້ນ, ພັດທະນາການພົວພັນກັບບັນດາຄູ່ຮ່ວມມື. ທ່ານ ເອກອັກຄະລັດຖະທູດ ຟ້າມກວາງວີງ ເນັ້ນໜັກວ່າ: ຫົວຂໍ້ ປີ 2020 ຂອງ ຫວຽດນາມແມ່ນ ສຸມໃສ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂ້ັມແຂງຈາກພາຍໃນ, ສາມັກຄີ ແລະ ພັດທະນາພາຍໃນກຸ່ມ; ສ້າງປະຊາຄົມທີ່ມີຄວາມເຊື່ອມໂຍງ. ທ່ານ ຟ້າມກວາງວີງ ໃຫ້ຮູ້ວ່າ ຫວຽດນາມ ຈະສ້າງ ອາຊຽນ ກາຍເປັນພາກສ່ວນສະໜິດແໜ້ນໃນໂຄງປະກອບຂອງພາກພື້ນ, ໃນນັ້ນ ສຸມໃສ່ປົກປ້ອງຜົນປະໂຫຍດຂອງບັນດາປະເທດ ແລະ ພາກພື້ນທັງໝົດໂດຍອີງໃສ່ລະບຽບກົດໝາຍສາກົນ, ໃນນັ້ນກໍ່ຢັ້ງຢືນຫຼັກການກ່ຽວກັບການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຄວາມສັນຕິພາບຂອງບັນດາປະເທດສະມາຊິກໃນພາກພື້ນ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ຢູ່ ພາກພື້ນ
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top