• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2022 ນະ​ຄອນ​ໂຮ່​ຈີ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ເກືອບ 550 ລ້ານ USD ເຂົ້າເຂດ​ປຸງ​ແຕ່ງສົ່ງ​ອອກ ແລະ ອຸດ​ສາ​ຫະ​ກຳ

ວັນທີ 5 ມັງກອນ, ຄະນະຄຸ້ມຄອງບັນດາເຂດປຸງແຕ່ງສົ່ງອອກ ແລະ ເຂດອຸດສາຫະກຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໃນປີ 2022, ຍອດເງິນລົງທຶນດຶງດູດນັບທັງການສະໜອງໃໝ່ ແລະ ການດັດປັບແມ່ນເກືອບ 550 ລ້ານ USD, ບັນລຸເກືອບ 110%ແຜນການ, ໃນນັ້ນ, ເງິນລົງທຶນຕ່າງປະເທດບັນລຸ 196,6 ລ້ານ USD.
ພາບປະກອບ: TTXVN
ຄາດວ່າ ໃນປີ 2023, ພື້ນຖານເສດຖະກິດພາຍໃນປະເທດ ແລະ ນະຄອນໂຮ່ຈີມິນ ຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ດັ່ງນັ້ນ, ເພື່ອປະຕິບັດໜ້າທີ່ດຶງດູດເງິນລົງທຶນໃນປີ 2023 ຢ່າງມີປະສິດທິຜົນ, ຄະນະຄຸ້ມຄອງເຂດປຸງແຕ່ງສົ່ງອອກ ແລະ ອຸດສາຫະກຳ ນະຄອນ ໄດ້ສຸມໃສ່ຫັນປ່ຽນໂຄງປະກອບການລົງທຶນໃນເຂດປຸງແຕ່ງສົ່ງອອກ ແລະ ເຂດອຸດສາຫະກຳ, ໃນນັ້ນ, ຍູ້ແຮງການດຶງດູດເງິນລົງທຶນເຂົ້າຂົງເຂດ, ຂະແໜງການທີ່ມີລັກສະນະ ວິທະຍາສາດ - ເຕັກໂນໂລຢີ, ມູນຄ່າເພີ່ມສູງ ອີງຕາມພື້ນຖານອຸດສາຫະກຳ ເຕັກໂນໂລຢີສູງ ແລະ ເສດຖະກິດດີຈີຕອນ, ເປັນຕົ້ນແມ່ນບັນດາຂົງເຂດກົນຈັກ ຕາມທິດຫັນເປັນອັດຕະໂນມັດ, ຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານນຳໃຊ້ປັນຍາປະດິດ. ພ້ອມທັງ ສຸມໃສ່ສ້າງກອງທຶນທີ່ດິນ ເພື່ອກຽມພ້ອມການດຶງດູດເງິນລົງທຶນ, ໜູນຊ່ວຍວິສາຫະກິດມີສະຖຽນລະພາບ, ພັດທະນາການຜະລິດ, ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top