• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດ​ການ​ແຂ່ງ​ຂັນບານ​ເຕະມິດ​ຕະ​ພາບ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ​ຢູ່ ລາວ

ຕອນບ່າຍວັນທີ 4 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ລາວ, ໄດ້ດຳເນີນພິທີ ປິດການແຂ່ງຂັນບານເຕະຊາວໜຸ່ມ ຫວຽດນາມ ຄັ້ງທີ VII. ນີ້ແມ່ນການແຂ່ງຂັນມິດຕະພາບແນໃສ່ເພິ່ມທະວີຄວາມສາມັກຄີ ແລະ ມອບເງິນອຸປະຖຳໃຫ້ແກ່ຄົນພິການຢູ່ນະຄອນຫຼວງ ວຽງຈັນ.

 ທີມບານເຕະສະໂມສອນສິ່ທິດຍາດໄດ້ລາງວັນທີ 1

ການແຂ່ງຂັນປີນີ້ມີການເຂົ້າຮ່ວມຂອງ  ທີມບານເຕະ 9 ທີມ. ລາງວັນທີ 1 ປີນີ້ແມ່ນທີມບານເຕະສະໂມສອນສິ່ທິດ, ລາງວັນທີ 2 ແມ່ນທີມ ລາວ style, ລາງວັນທີ 3 ແມ່ນທີມສະໂມສອນ TH. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບເງິນປະກອບສ່ອນຂອງບັນດາວິສາຫະກິດ ແລະ ຜູ້ໃຈບຸນໃຈກຸສົນໃຫ້ແກ່ສູນສອນວິຊາຊີບຄົນພິການຢູ່ນະຄອນຫຼວງ ວຽງຈັນ, ເຊິ່ງສະແດງເຖິງນ້ຳໃຈ ແລະ ຄວາມຮັບຜິດຊອບຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໃນການສ້າງຄວາມສາມັກຄີກັບຊາວປະເທດປະຈຳຖິ່ນ.
(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top