ວັນທີ 26 ສິງຫາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ນຳໜ້າໄດ້ປະຕິບັດສຳເລັດລາຍການການນຳ ຫວຽດນາມ (VLP) 2026 ຢ່າງຈົບງາມ ພາຍຫຼັງທີ່ເຮັດວຽກຢູ່ມະຫາວິທະຍາໄລ Colombia, ນິວຢອກ, ປະເທດ ອາເມລິກາ ເປັນເວລາ 3 ວັນ.
ກ່າວຄຳເຫັນທີ່ພິທີປິດລາຍການ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໃຫ້ຮູ້ວ່າ ເພື່ອຫັນເປົ້າໝາຍບັນລຸລະດັບເຕີບ 2 ຕົວເລກ ແລະ 2 ເປົ້າໝາຍ 100 ປີ, ເລື່ອງສ້າງລະບອບລະບຽບການໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ນະວັດຕະກຳ ແລະ ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ຈະແມ່ນກຸນແຈເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມລະບົບສະໜອງ ແລະ ລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງກວ່າ. ທ່ານກໍ່ເຊື່ອໝັ້ນວ່າ ຜົນສຳເລັດຂອງລາຍການດັ່ງກ່າວຈະສືບຕໍ່ປັບປຸງຂົວເຊື່ອມຕໍ່ດ້ານພູມປັນຍາ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.
ສ່ວນທ່ານ Amy Hungerford, ຮອງປະທານຝ່າຍບໍລິຫານມະຫາວິທະຍາໄລ Colombia ຢືນຢັນວ່າ ມະຫາວິທະຍາໄລ Colombia ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງຍາວນານກັບ ຫວຽດນາມ, ປາດຖະໜາຢາກເພີ່ມທະວີການສິດສອນ, ການຄົ້ນຄວ້າ, ພ້ອມກັນນັ້ນກໍ່ຖືລາຍການ VLP 2026 ແມ່ນຈຸດເລີ່ມຕົ້ນຂອງການພົວພັນສົນທະນາ ແລະ ຮ່ວມມືແບບຍືນຍົງລະຫວ່າງ 2 ຝ່າຍ.






