ທີ່ການຕ້ອນຮັບ, ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມທີ່ຈະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດ ສຳເລັດໜ້າທີ່ໃນວາລະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ
, ທ່ານ ເຈີ່ນແທັງເໝິ້ນປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບ ທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະຊາຊົນ ມົງໂກລີ ປະຈຳ ສສ.ຫວຽດນາມ (ພາບ: VNA)
ວັນທີ 26 ສິງຫາດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານ ເຈີ່ນແທັງເໝິ້ນປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະຊາຊົນ ມົງໂກລີ ປະຈຳ ສສ.ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ໃນໂອກາດ ທີ່ທ່ານ ເອກອັກຄະລັດຖະທູດ ເລີ່ມປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມທີ່ຈະ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກ ໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດ ສຳເລັດໜ້າທີ່ໃນວາລະປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ; ສະເໜີໃຫ້ ທ່ານ ເອກອັກຄະລັດຖະທູດ ສືບຕໍ່ ເສີມຂະຫຍາຍ ບົດບາດ ເປັນຂົວຕໍ່ ມິດຕະພາບ, ປະສານສົມທົບ ພ້ອມກັບ ບັນດາ ຄະນະ, ກະຊວງ, ຂະແໜງການ ຫວຽດນາມ ຊຸກຍູ້ ບັນດາ ກິດຈະກຳ ການພົບປະ, ການແລກປ່ຽນ ຄະນະຜູ້ແທນ ຢູ່ ທຸກຂັ້ນໃຫ້ຫຼາຍກວ່າອີກ, ໂດຍສະເພາະ ແມ່ນຂອງການນຳຂັ້ນສູງ; ຊຸກຍູ້ ການສ້າງກົນໄກ ການເຈລະຈາຢ່າງເປັນປະຈຳ, ແທດຈິງ ລະຫວ່າງ ອົງການ ນິຕິບັນຍັດ ຂອງສອງປະເທດ.
ສ່ວນທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງມົງໂກລີປະຈຳຫວຽດນາມໄດ້ຢັ້ງຢືນວ່າ ມົງໂກລີ ຍາມໃດກໍຖືເປັນສໍາຄັນ ຕໍ່ສາຍພົວພັນ ກັບ ຫວຽດນາມ, ຫວຽດນາມ ແມ່ນ "ປະເທດເພື່ອນບ້ານ ທີສາມ" ແລະ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ ເຂດ ອາຊີຕາເວັນອອກສ່ຽງໃຕ້; ທ່ານ ເນັ້ນໜັກວ່າ ໃນໃນວາລະປະຕິບັດໜ້າທີ່ທາງການທູດຈະພະຍາຍາມ ຊຸກຍູ້ ການຮ່ວມມື ທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນ ປະຊາຊົນ ຂອງສອງປະເທດ ໃຫ້ຂະຫຍາຍຕົວ ຢ່າງແຂງແຮງ ແລະ ແທ້ຈິງ ເພີ່ມຕື່ມອີກ.
(ແຫຼ່ງຄັດຈາກ VOV)