ຂ່າວສານ

ປະທານສະພາແຫ່ງຊາດ ເຈີ່ນແທັງເໝິ້ນ ຕ້ອນຮັບ ທ່ານ ເອກອັກຄະລັດຖະທູດ ມົງໂກລີ

ທີ່​ການ​ຕ້ອນ​ຮັບ, ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທັງ​ເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມທີ່ຈະ ສ້າງທຸກເງື່ອນໄຂອຳນວຍຄວາມ​ສະ​ດວກ ໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດ ສຳເລັດໜ້າທີ່ໃນວາລະປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ ຢູ່ ຫວຽດນາມ
  , ທ່ານ ເຈີ່ນແທັງ​ເໝິ້ນປະທານສະພາແຫ່ງຊາດ ຫວຽດ​ນາມ ຕ້ອນຮັບ ທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະ​ຊາ​ຊົນ ມົງໂກລີ ປະຈຳ ສ​ສ.ຫວຽດນາມ (ພາບ: VNA)  

ວັນ​ທີ 26 ສິງ​ຫາດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານ ເຈີ່ນແທັງ​ເໝິ້ນປະທານສະພາແຫ່ງຊາດ ຫວຽດ​ນາມ ໄດ້ຕ້ອນຮັບ ທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດປະ​ຊາ​ຊົນ ມົງໂກລີ ປະຈຳ ສ​ສ.ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ໃນໂອກາດ ທີ່ທ່ານ ເອກອັກຄະລັດຖະທູດ ເລີ່ມປະ​ຕິ​ບັດໜ້າ​ທີ່​ທາງ​ການ​ທູດຢູ່ ຫວຽດນາມ.

ທີ່​ການ​ຕ້ອນ​ຮັບ, ທ່ານ ປະທານສະພາແຫ່ງຊາດ ເຈີ່ນແທັງ​ເໝິນ ໄດ້ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມທີ່ຈະ ສ້າງທຸກເງື່ອນໄຂອຳນວຍຄວາມ​ສະ​ດວກ ໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດ ສຳເລັດໜ້າທີ່ໃນວາລະປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ ຢູ່ ຫວຽດນາມ; ສະເໜີໃຫ້ ທ່ານ ເອກອັກຄະລັດຖະທູດ ສືບຕໍ່ ເສີມຂະຫຍາຍ ບົດບາດ ເປັນຂົວຕໍ່ ມິດຕະພາບ, ປະສານສົ​ມ​ທົບ ພ້ອມກັບ ບັນດາ ຄະ​ນະ, ກະຊວງ, ຂະແໜງການ ຫວຽດນາມ ຊຸກຍູ້ ບັນດາ ກິດຈະກຳ ການພົບປະ, ການແລກປ່ຽນ ຄະນະຜູ້ແທນ ຢູ່ ທຸກຂັ້ນໃຫ້ຫຼາຍກວ່າ​ອີກ, ໂດຍສະເພາະ ແມ່ນຂອງການນຳຂັ້ນສູງ; ຊຸກຍູ້ ການສ້າງກົນໄກ ການເຈລະຈາຢ່າງເປັນປະຈຳ, ແທດ​ຈິງ ລະຫວ່າງ ອົງການ ນິຕິບັນຍັດ ຂອງສອງປະເທດ.

ສ່ວນທ່ານນາງ Ganbaatar Hulan ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງມົງໂກລີປະຈຳຫວຽດນາມໄດ້ຢັ້ງຢືນວ່າ ມົງໂກລີ ຍາມໃດກໍຖື​ເປັນສໍາຄັນ ຕໍ່ສາຍພົວພັນ ກັບ ຫວຽດນາມ, ຫວຽດນາມ ແມ່ນ "ປະເທດເພື່ອນບ້ານ ທີສາມ" ແລະ ແມ່ນຄູ່ຮ່ວມມືສຳຄັນແຖວ​ໜ້າຢູ່ ເຂດ ອາຊີຕາເວັນອອກສ່ຽງໃຕ້; ທ່ານ ເນັ້ນໜັກວ່າ ໃນໃນ​ວາ​ລະ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດຈະພະຍາຍາມ ຊຸກຍູ້ ການຮ່ວມມື ທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ແລະ ການແລກປ່ຽນ ປະຊາຊົນ ຂອງສອງປະເທດ ໃຫ້ຂະຫຍາຍຕົວ ຢ່າງແຂງແຮງ ແລະ ແທ້​ຈິງ ເພີ່ມຕື່ມອີກ.


top