ຂ່າວສານ

ປິດລາຍການການນຳ ຫວຽດນາມ 2026 ຢູ່ມະຫາວິທະຍາໄລ Colombia

ຜົນສຳເລັດຂອງລາຍການດັ່ງກ່າວຈະສືບຕໍ່ປັບປຸງຂົວເຊື່ອມຕໍ່ດ້ານພູມປັນຍາ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ.
  ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ (ພາບ: VNA)  

ວັນ​ທີ 26 ສິງ​ຫາ (ຕາມ​ເວ​ລາ​ທ້ອງ​ຖິ່​ນ), ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ຫວຽດ​ນາມ ໂດຍ​ທ່ານ ຫງວຽນ​ວັນ​ທັງ, ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ນຳ​ໜ້າ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ລາຍ​ການ​ການ​ນຳ ຫວຽດ​ນາມ (VLP) 2026 ຢ່າງ​ຈົບ​ງາມ ພາຍ​ຫຼັງ​ທີ່​ເຮັດ​ວຽກ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Colombia, ນິວ​ຢອກ, ປະ​ເທດ ອາ​ເມ​ລິ​ກາ ເປັນ​ເວ​ລາ 3 ວັນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ປິດລາຍ​ການ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ວັນ​ທັງ ໃຫ້​ຮູ້​ວ່າ ເພື່ອ​ຫັນ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບ​ເຕີບ 2 ຕົວ​ເລກ ແລະ 2 ເປົ້າ​ໝາຍ 100 ປີ, ເລື່ອງ​ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ຄວາມ​ສະ​ດວກ​ໃຫ້​ແກ່​ນະ​ວັດ​ຕະ​ກຳ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ ຈະ​ແມ່ນ​ກຸນ​ແຈ​ເພື່ອ​ໃຫ້ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ ແລະ ລະ​ບົບ​ມູນ​ຄ່າ​ທົ່ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ. ທ່ານກໍ່​ເຊື່ອ​ໝັ້ນ​ວ່າ ຜົນ​ສຳ​ເລັດ​ຂອງ​ລາຍ​ການ​ດັ່ງ​ກ່າວ​ຈະ​ສືບ​ຕໍ່​ປັບ​ປຸງ​ຂົວ​ເຊື່ອມ​ຕໍ່​ດ້ານ​ພູມ​ປັນ​ຍາ, ປະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ແທ​ດ​ຈິງກວ່າ.

ສ່ວນ​ທ່ານ Amy Hungerford, ຮອງ​ປະ​ທານ​ຝ່າຍ​ບໍ​ລິ​ຫານ​​ມະ​ຫາ​ວິ​ທະ​ຍາ​ໄລ Colombia ຢືນ​ຢັນ​ວ່າ ມະ​ຫາ​ວິ​ທະ​ຍາ​ໄລ Colombia ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື​ຢ່າງ​ຍາວ​ນານ​ກັບ ຫວຽດ​ນາມ, ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ສິດ​ສອນ, ການຄົ້ນ​ຄວ້າ, ພ້ອມ​ກັນ​ນັ້ນ​ກໍ່ຖື​ລາຍ​ການ VLP 2026 ແມ່ນ​ຈຸດ​ເລີ່ມ​ຕ​ົ້ນ​ຂອງ​ການ​ພົວ​ພັນ​ສົນ​ທະ​ນາ ແລະ ຮ່ວມ​ມື​ແບບ​ຍືນ​ຍົງ​ລະ​ຫວ່າງ 2 ຝ່າຍ.


top