• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຂຸມ​ຝັງ​ສົບ, ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ

ມ​າ​ຮອດ​ປັດ​ຈຸ​ບັນສາ​ມາດຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 1715 ອັດ​ຖິ, ບັນ​ລຸ 24,5%, ຈັດ​ຕັ້ງ​ການ​ເອົາ​ຕົວ​ຢ່າງ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຢູ່ ກວ່າ 124.000ຂຸມ​ຝັງ​ສົບ, ບັນ​ລຸ 58,4%.
ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ, ​ພິ​ສູດເອ​ກະ​ລັກ​ບຸກ​ຄົນຂອງອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515) ເປ​ັນ​ປະ​ທານກອ​ງະ​ຊຸມ (ພາບ: VNA)

ຕອ​ນ​ບ່າຍ​ວັນ​ທີ 13 ສິງ​ຫາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ເຮັດ​ວຽກ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ກ່ຽວ​ກັບ​ໜ້າ​ທີ່​ຈຸ​ດ​ສຸມ​ຈຳ​ນວນ​ໜຶ່ງ​ຂ​ອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊອກ​ຫາ, ທ້ອນ​ໂຮມ, ​ພິ​ສູດເອ​ກະ​ລັກ​ບຸກ​ຄົນຂອງອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ຄະ​ນະ​ຊີ້​ນຳ 515), ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຮຽກ​ຮ້ອງ​ສ້າງ, ເສີມຖ້ານ ຂໍ້​ມູນ​ກ່ຽວ​ກັບ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຂຸມ​ຝັງ​ສົບ, ສຸ​ສານ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ສ້າງ​ພື້ນ​ຖານ​ຮັບ​ໃຊ້​ວຽກ​ງານຊອກ​ຫາ, ທ້ອນ​ໂຮມ ແລະ ​ພິ​ສູດອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ.

ຕາມ​ບົດ​ລາຍ​ງານ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ບັ້ນ​ເຄື່ອນ​ໄຫວ 500 ວັນ​ແລະ​ຄືນ​ຍູ້​ແຮງ​ການວຽກ​ງານ​ປະ​ຕິ​ບັດ​ການຊອກ​ຫາ, ທ້ອນ​ໂຮມ ແລະ ​ພິ​ສູດ​ອັ​ດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ”, ມ​າ​ຮອດ​ປັດ​ຈຸ​ບັນສາ​ມາດຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້ 1715 ອັດ​ຖິ, ບັນ​ລຸ 24,5%, ຈັດ​ຕັ້ງ​ການ​ເອົາ​ຕົວ​ຢ່າງ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດຢູ່ ກວ່າ 124.000ຂຸມ​ຝັງ​ສົບ, ບັນ​ລຸ 58,4%. ທ່ານ​ນາງ ຟ້າມ​ທິ​ແທັງ​ຈ່າ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ:

ຕ້ອງ​ສ້າງ​ສຳ​ເລັດຖານ​ຂ​ໍ້​ມູນ​ ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດເພື່ອ​ຊາດ​ ແລະ ຂຸມ​ຝັງ​ສົບ​ຂອງ​ນັກ​ຮົບ ຢ່າງ​ຄົບ​ຖ້ວນ, ນີ້​ແມ່ນ​ວຽກ​ງານ​ຂອງ​ກະ​ຊວງ​ພາຍ​ໃນ. ສ່ວນ​ກ່ຽວ​ຂ້ອງ​ເຖິງ​ສຳ​ເນົາ ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດແມ່ນມອບ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ສ້າງ​ຊອບ​ແວ​ເພື່ອ​ປະ​ສາ​ນ​ສົມ​ທົບ​ໃຫ້​ມີ​ລະ​ບົບ​ຂໍ້​ມູນ​ຢ່າງຄົບ​ຖ້ວນ, ແໜ້ນ​ແຟ້ນ, ວຽກ​ງານ​ນີ້​ພວກ​ເຮົາ​ຕ້ອງ​ເຮັດ​ດ່ວນ.

(ແຫຼ່ງຄັດຈາກ VOV)

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ສ້າງ​ແຮງ​ກະ​ຕຸ້ນ​ໃໝ່, ຍົກ​ລະ​ດັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ

ທ່ານ ເລ​ຮ່​ວາຍ​ຈຸງ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເນັ້ນ​ໜັກ​ວ່າ ການ​ຢ້ຽມ​ຢາມ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ດ້ວຍ​ ​ບັນ​ດາ​ເປົ້າ​ໝາຍ​ທີ່​ວາງ​ອອກ​ບັນ​ລຸ​ໄດ້​ລະ​ດັບ​ສູງ.

Top