• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສິນ​ເຊື່ອ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ລະ​ບົບ​ທະ​ນາ​ຄານ

ເມື່ອປະກອບຄຳເຫັນທີ່ການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງກົດໝາຍວ່າດ້ວຍອົງການສິນເຊື່ອແມ່ນຈຳເປັນ, ມີຄວາມໝາຍສຳຄັນໃນການນຮັບປະກັນຄວາມປອດໄພຂອງລະບົບອົງການສິນເຊື່ອ
ການປຶກສາຫາລື (ພາບ: quochoi.vn)

ຕອນບ່າຍວັນທີ 10 ມິຖຸນາ, ໃນມື້ເຮັດວຽກສຸດທ້າຍໃນຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV, ບັນດາຜູ້ແທນສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອສະບັບປັບປຸງ.

ເມື່ອປະກອບຄຳເຫັນທີ່ການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງກົດໝາຍວ່າດ້ວຍອົງການສິນເຊື່ອແມ່ນຈຳເປັນ, ມີຄວາມໝາຍສຳຄັນໃນການນຮັບປະກັນຄວາມປອດໄພຂອງລະບົບອົງການສິນເຊື່ອ, ປະກອບສ່ວນເຂົ້າໃນການຊ່ວຍບັນດາອົງການຄຸ້ມຄອງແຫ່ງລັດ ເພີ່ມທະວີການຄຸ້ມຄອງການເຄື່ອນໄຫວ, ແກ້ໄຂບັນດາອົງການສິນເຊື່ອທີ່ອ່ອນແອ. ເມືອເຕື້ອງເຖິງເນື້ອໃນປັບປຸງໃນຮ່າງກົດໝາຍສະບັບດັ່ງກ່າວ, ທ່ານ ຈິ່ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ໃຫ້ຮູ້ວ່າ:
ໃນຮ່າງກົດໝາຍ ມີຫຼາຍເນື້ອໃນທີ່ໄດ້ວາງອອກເພື່ອຮັບປະກັນການປ້ອງກັນຄວາມສ່ຽງສຳລັບທະນາຄານ. ນີ້ແມ່ນໜຶ່ງໃນບັນດານະໂຍບາຍທີ່ສຳຄັນ. ຂ້າພະເຈົ້າສະເໜີຕ້ອງເພີ່ມເຕີມບາງຂໍ້ກຳນົດທີ່ມີລັກສະນະຮັບປະກັນຄວາມສ່ຽງໃຫ້ແກ່ທົ່ວລະບົບ. ຖ້າຈຳເປັນ, ພວກເຮົາຄວນສ້າງຕັ້ງຮູບແບບຂອງອົງການຕິດຕາມກວດກາ ແລະ ກວດກາການເງິນທີ່ກ່ຽວຂ້ອງເຖິງທະນາຄານ ທີ່ມີລັກສະນະເປັນເອກະລາດຄືນໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top