• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັກກິງ ກ່າວປະນາມບາລູນ ອາເມລິກາ ບິນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ

ພຽງແຕ່ປີ 2022 ມາຮອດປະຈຸບັນ, ບາລູນຂອງ ອາເມລິກາ ໄດ້ບີນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ ໃນຂະນະທີ່ຍັງບໍ່ທັນໄດ້ອະນຸຍາດ.
  ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ (ພາບ: Reuters)  

ວັນທີ 13 ກຸມພາ, ກະຊວງການຕ່າງປະເທດ ຈີນ ໄດ້ກ່າວປະນາມວ່າ, ພຽງແຕ່ປີ 2022 ມາຮອດປະຈຸບັນ, ບາລູນຂອງ ອາເມລິກາ ໄດ້ບີນຜ່ານເຂດນ່ານຟ້າຂອງ ຈີນ ກວ່າ 10 ຄັ້ງ ໃນຂະນະທີ່ຍັງບໍ່ທັນໄດ້ອະນຸຍາດ. ເຕື້ອງເຖິງເລື່ອງບາລູນ ແລະ ວັດຖຸບິນ 3 ຢ່າງທີ່ຍັງບໍ່ທັນຢັ້ງຢືນໄດ້ (UFO) ອື່ນໆທີ່ຖືກຝ່າຍ ອາເມລິກາ ຍິງຕົກ, ໂຄສົກກະຊວງການຕ່າງປະເທດ ຈີນ ອາງເວີນບິນ ໄດ້ຢືນຢັນຄືນໃໝ່ເລື່ອງ ບາລູນ ພົນລະເຮືອນບໍ່ມີຄົນບັນຊາຂອງປະເທດນີ້ບິນເຂົ້າເຂດນ່ານຟ້າຂອງ ອາເມລິກາ ແມ່ນເຫດການບັງເອີນ ໂດຍສາຍເຫດສຸດວິໄສ, ພ້ອມທັງຢືນຢັນວ່າ “ບໍ່ຮູ້” ບັນດາວັດຖຸບິນທີ່ຍັງເຫຼືອ.

ໃນຂະນະນັ້ນ, ທ່ານ Adrien Watson, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໄດ້ປະຕິເສດຄຳກ່າວຫາຂອງ ຈີນ ເມື່ອຖືວ່າ ປະເທດນີ້ໄດ້ນຳໃຊ້ບາລູນສອດແນມເພື່ອເກັບກຳຂໍ້ມູນລາຊະການລັບ.

(ແຫຼ່ງຄັດຈາກ VOV)

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ພາກ​ຮ່ວມ​ມື​ໃໝ່​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ ແລະ ເອີ​ລົບ

ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ອຸ​ດົມ​ສົມ​ບູນ ແລະ ແທ້​ຈິງ, ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ, ແມ່ນ​ຂີດ​ໝາຍ​ເປີດ​ພາກ​ພັດ​ທະ​ນາ​ໃໝ່​ເຕັມ​ໄປ​ດ້ວຍ​ແງ່​ຫວັງ​ໃນ​ການ​ພົວ​ພັນ ລະ​ຫວ່າງ ຫວຽດ​ນາມ ກັບ​ແດນ​ມາກ, EU ແລະ ແບນ​ຊິກ.

Top